ກ່ຽວກັບພວກເຮົາ

ເຖິງຈະມີລູກຄ້າຮັບເຄື່ອງດື່ມຈາກບາຣິສຕ້າຂອງສະຕາບັກຊ໌ເປັນລ້ານເທື່ອໃນແຕ່ລະອາທິດ ການທັກທາຍລະຫວ່າງເຮົາກັບລູກຄ້າກໍ່ຈະຍັງຄົງຮັກສາເອກະລັກສະເພາະທ່ານ

ມັນເປັນຊ່ວງເວລາທີ່ປະທັບໃຈ - ເມື່ອມືຫນຶ່ງຍື່ນເຄື່ອງດື່ມຜ່ານເຄົາເຕີໄປມອບໃຫ້ອີກດ້ານຫນຶ່ງ.

ຖືເປັນເວລາຂອງຄວາມຜູກພັນ.

ພວກເຮົາໝັ້ນໃຈໃນສິ່ງທີ່ເຮົາເຮັດ ແມ່ນໃຫ້ຄວາມເຄົາລົບໃນຄວາມສຳພັນດັ່ງກ່າວ - ເລີ່ມຕັ້ງແຕ່ຄວາມມຸ່ງໝັ້ນຂອງເຮົາ ທີ່ຈະສັນຫາກາເຟທີ່ມີຄຸນະພາບດີທີ່ສຸດໃນໂລກ, ໄປຈົນເຖິງວິທີທີ່ເຮົາມີສ່ວນຮ່ວມກັບລູກຄ້າ ແລະ ຊຸມຊົນຂອງເຮົາໃນການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ.

ຈາກຈຸດເລີ່ມຕົ້ນຂອງເຮົາ ຕອນທີ່ຍັງເປັນຮ້ານຮ້ານດຽວໃນສີ່ສິບປີກ່ອນນີ້, ໃນທຸກໆບ່ອນທີ່ເຮົາເຄີຍໄປ ແລະ ທຸກໆສະຖານທີ່ທີ່ເຮົາໄດ້ສໍາຜັດ, ພວກເຮົາຈະສືບຕໍ່ພັດທະນາຮ້ານໃຫ້ດີຂຶ້ນໄປເລື້ອຍໆ.

ຄວາມເປັນມາຂອງພວກເຮົາ

ໃນທຸກໆມື້, ພວກເຮົາໄປວຽກດ້ວຍຄວາມຫວັງທີ່ຈະເຮັດສອງຢ່າງຄື: ແບ່ງປັນກາເຟດີໆກັບໝູ່ ແລະ ຊ່ອຍເຮັດໃຫ້ໂລກເຮົາດີຂຶ້ນ. ເຊິ່ງພວກເຮົາໄດ້ປະຕິບັດແບບນີ້ມາຕັ້ງແຕ່ສະຕາບັກຊ໌ເປີດຮ້ານສາຂາທຳອິດໃນປີ 1971 ແລະ ຈະຍັງສືບຕໍ່ປະຕິບັດຕໍ່ໄປ.

ຄວາມເປັນມາຂອງພວກເຮົາ

ໃນອະດີດບໍລິສັດຂອງພວກເຮົາເປັນຮ້ານໆໜຶ່ງໃນຕະຫຼາດ Pike Place ທີ່ເກົ່າແກ່ໃນເມືອງ Seattle. ເຖິງວ່າຈະເປັນພຽງແຕ່ຮ້ານກາເຟນ້ອຍໆ ສະຕາບັກຊ໌ (Starbucks) ກໍຍັງມີກາເຟຄຸນະພາບດີລະດັບໂລກ ທີ່ຂົ້ວສົດໃຫມ່ໄວ້ບໍລິການລູກຄ້າ. ໂດຍຄຳວ່າສະຕາບັກຊ໌ (Starbucks) ນັ້ນ ໄດ້ຮັບແຮງບັນດານໃຈມາຈາກນະວະນິຍາຍເລື່ອງ Moby Dick ທີ່ຊວນໃຫ້ລະນຶກເຖິງຄວາມໂລແມນຕິກຂອງທ້ອງທະເລ ແລະ ແນວທາງການເດີນເຮືອຂອງພໍ່ຄ້າກາເຟໃນຍຸກນັ້ນ.

ໃນປີ 1981 Howard Schults ອະດີດປະທານກຳມະການ ແລະ ປະທານເຈົ້າໜ້າທີ່ບໍລິຫານຂອງສະຕາບັກຊ໌ ໄດ້ຍ່າງເຂົ້າມາສັ່ງກາເຟສະຕາບັກຊ໌ເປັນຄັ້ງທຳອິດ ແລະ ຫຼັງຈາກໄດ້ລອງດື່ມກາເຟສູມາຕາ(Sumatra) ຢູ່ຮ້ານ Howard Schults ກໍຮູ້ສຶກປະທັບໃຈ ແລະ ໄດ້ເຂົ້າຮ່ວມເຮັດທຸລະກິດກັບຮ້ານສະຕາບັກຊ໌ໃນຫນຶ່ງປີຕໍ່ມາ.

ຕໍ່ມາໃນປີ 1983, Howard ໄດ້ເດີນທາງໄປອິຕາລີ ແລະ ປະທັບໃຈກັບບັນຍາກາດຂອງຮ້ານກາເຟແບບອິຕາລີ ບວກກັບປະສົບການການດື່ມກາເຟທີ່ໂຣແມນຕິກໃນບ່ອນນັ້ນ, ຈຶ່ງເຮັດໃຫ້ລາວມີຄວາມຄິດ ທີ່ຈະນໍາເອົາຮູບແບບຮ້ານກາເຟອີຕາລີຕົ້ນສະບັບ ໄປເປີດຢູ່ອາເມລິກາ ດ້ວຍວິໄສທັດທີ່ວ່າ “ຮ້ານກາເຟແມ່ນບ່ອນສຳລັບສົນທະນາແລກປ່ຽນ, ໃຫ້ຄວາມຮູ້ສຶກຂອງຄວາມເປັນຊຸມຊົນ, ເປັນບ້ານຫລັງທີສາມ ນອກເຫນືອຈາກເຮືອນແລະບ່ອນເຮັດວຽກ." Howard ໄດ້ອອກຈາກສະຕາບັກຊ໌ ພຽງໄລຍະສັ້ນໆ ເພື່ອເລີ່ມເຮັດຮ້ານກາເຟຊື່ II Giornale ຂອງຕົນເອງ. ຫລັງຈາກນັ້ນ, ໃນເດືອນສິງຫາ 1987 ລາວກໍ່ໄດ້ກັບໄປຊື້ກິດຈະການຂອງສະຕາບັກຊ໌ຄືນ ດ້ວຍການຊ່ອຍເຫຼືອຂອງນັກລົງທຶນທ້ອງຖິ່ນ.

ສະຕາບັກຊ໌ ໄດ້ກຳນົດຮູບແບບກິດຈະການຂອງໂຕເອງໃຫ້ແຕກຕ່າງຈາກບໍລິສັດອື່ນແລ້ວແຕ່ທຳອິດ ຖືເປັນຮູບແບບທີ່ບໍ່ໄດ້ມີພຽງຈຸດເດັ່ນຢູ່ທີ່ກາເຟຄຸນະພາບດີ ແລະ ວັດທະນະທຳການດື່ມກາເຟດັ້ງເດີມເທົ່ານັ້ນ ແຕ່ຮ້ານຂອງເຮົາຍັງເປັນສະຖານທີ່ໃຫ້ຜູ້ຄົນເຂົ້າມາພົບປະ ໂອ້ລົມ ມີປະຕິສຳພັນກັນອີກດ້ວຍ.

ພາລະກິດຂອງພວກເຮົາແມ່ນເປັນແຮງບັນດານໃຈ ແລະ ຫຼໍ່ຫຼອມຈິດວິນຍານຂອງມວນມະນຸດ - ຄັ້ງລະໜຶ່ງຄົນ, ຄັ້ງລະໜຶ່ງຈອກ ແລະ ຄັ້ງລະຊຸມຊົນ ໜຶ່ງເພື່ອນບ້ານ.

ມື້ນີ້ຈາກຮ້ານກາເຟທີ່ມີຢູ່ຫລາຍກວ່າ 18,000ສາຂາ ໃນຫລາຍກວ່າ 60ປະເທດ, ສະຕາບັກຊ໌ ຖືໄດ້ວ່າເປັນຜູ້ບຸກເບີກໃນການຂົ້ວບົດແລະຂາຍກາເຟຄຸນະພາບດີຂອງໂລກ. ນອກຈາກນັ້ນເຮົາຕັ້ງໃຈທີ່ຈະໃຫ້ລູກຄ້າໄດ້ສຳຜັດວັດທະນະທຳການດື່ມກາເຟດັ້ງເດີມຂອງເຮົາ ແລະ ປະສົບການຊັ້ນຍອດຈາກກາເຟທຸກໆຈອກຂອງສະຕາບັກຊ໌.

ພາລະກິດ
ເປັນແຮງບັນດານໃຈ ແລະ ຫຼໍ່ຫຼອມຈິດວິນຍານຂອງມະນຸດ - ຄັ້ງລະຄົນ, ຄັ້ງລະຈອກ ແລະ ຄັ້ງລະຊຸມຊົນ.

ຄ່ານິຍົມຂອງພວກເຮົາ

ດ້ວຍຄວາມໃສ່ໃຈທີ່ມີຕໍ່ກັບເພື່ອນຮ່ວມງານ, ກາເຟຂອງເຮົາ ແລະ ລູກຄ້າຂອງເຮົາ ພວກເຮົາຍຶດຖືໃນຄ່ານິຍົມ ດັ່ງຕໍ່ໄປນີ້:

  • ສ້າງ​ວັດ​ທະ​ນະ​ທໍາ​ທີ່​ອົບ​ອຸ່ນ​ ແລະ ​ຕ້ອນ​ຮັບທຸກ​ຄົນໃຫ້ປຽບສະເຫມືອນເປັນສ່ວນຫນຶ່ງຂອງເຮົາ.
  • ກ້າຄິດ, ກ້າພັດທະນາຢ່າງບໍ່ຢຸດນິ້ງ ເພື່ອຄົ້ນຫາວິທີໃຫມ່ໆ ໃນການພັດທະນາບໍລິສັດ ແລະ ພາທເນີຂອງເຮົາທຸກຄົນ.
  • ຢູ່ຄຽງຂ້າງກັນ, ເຮັດວຽກດ້ວຍຄວາມໂປ່ງໃສ, ໃຫ້ກຽດ ແລະ ເຄົາລົບນັບຖືເຊິ່ງກັນແລະກັນ.
  • ເອົາໃຈໃສ່ສຸດຄວາມສາມາດໃນທຸກສິ່ງທີ່ເຮົາເຮັດ ແລະ ພ້ອມຮັບຜິດຊອບຕໍ່ສິ່ງທີ່ຈະເກີດຂຶ້ນທຸກສະຖານະການ.

ພວກເຮົາໃຫ້ຄວາມສຳຄັນກັບຄວາມສຳເລັດຂອງທຸລະກິດ ໂດຍຄຳນຶງເຖິງຫລັກມະນຸດສະທຳ.

Scroll To Top