ຫຼັກການປະຕິບັດ ແລະ ຈັນຍາບັນທາງທຸລະກິດ

ສະຕາບັກຊ໌ ເຊື່ອວ່າການດຳເນີນທຸລະກິດຢ່າງມີຈັນຍາບັນ ແລະ ການພະຍາຍາມເຮັດໃນສິ່ງທີ່ຖືກຕ້ອງ ເປັນສິ່ງຈຳເປັນທີ່ສຸດຕໍ່ຄວາມສຳເລັດຂອງເຮົາ

ຫລັກປະຕິບັດ ແລະ ຈັນຍາບັນທາງທຸລະກິດ ເປັນໂຄງການທີ່ສະຫນັບສະຫນູນ ພັນທະກິດເພື່ອສະຕາບັກຊ໌ຂອງເຮົາ ເຊິ່ງຊ່ອຍປົກປ້ອງວັດທະນະທຳອົງກອນ ແລະຊື່ສຽງຂອງບໍລິສັດພວກເຮົາ. ໂດຍໄດ້ຈັດຫາແຫລ່ງຂໍ້ມູນທີ່ຈະຊ່ອຍໃຫ້ ພາທເນີ ສາມາດຕັດສິນໃຈໄດ້ຢ່າງມີຈັນຍາບັນໃນຂະນະທີ່ກຳລັງເຮັດວຽກ.

ໂປຣແກມນີ້ໄດ້ພັດທະນາແລະເຜີຍແຜ່ເອກະສານປູກຈິດສຳນຶກ ເຊິ່ງລວມມີ ຫລັກຈັນຍາບັນໃນການດຳເນີນທຸລະກິດ ສົ່ງເສີມການປະຕິບັດວຽກໃຫ້ສອດຄ່ອງຕາມຂໍ້ກົດໝາຍ ແລະ ການຝຶກອົບຮົມດ້ານຈັນຍາບັນ ລວມທັງ ຊອກຄົ້ນບັນຫາທີ່ລະອຽດອ່ອນເຊັ່ນ: ຂໍ້ຂັດແຍ່ງທາງຜົນປະໂຫຍດທີ່ອາດຈະເກີດຂຶ້ນ ແລະ ເພີ່ມຊ່ອງທາງການແຈ້ງຂໍ້ກັງວົນສຳລັບພາທເນີ.

ໂປຣແກມນີ້ສົ່ງເສີມໃຫ້ພາທເນີ ລາຍງານບັນຫາ ຫລືຂໍ້ກັງວົນທຸກຮູບແບບ ຜ່ານຊ່ອງທາງການສື່ສານຕ່າງໆ ທີ່ໄດ້ຈັດກຽມໄວ້ຕາມຄວາມຕ້ອງການ.

ລາຍງານຕ່າງໆທີ່ໂປຣແກມ ຫຼັກປະຕິບັດ ແລະ ຈັນຍາບັນທາງທຸລະກິດ ໄດ້ຮັບສ່ວນໃຫຍ່ແມ່ນຈະກ່ຽວຂ້ອງກັບປະເດັນດ້ານແຮງງານສຳພັນ. ເຊິ່ງແນວໂນ້ມນີ້ ແມ່ນສອດຄ່ອງກັບບໍລິສັດອື່ນ ຫຼື ທຸລະກິດຂາຍຍ່ອຍ ທີ່ມີກົນໄກການລາຍງານຜ່ານຊ່ອງທາງຕ່າງໆ, ຖືເປັນສ່ວນໜຶ່ງຂອງໂປແກມຫລັກປະຕິບັດ ແລະ ຈັນຍາບັນທາງທຸລະກິດ ທີ່ມີເນື້ອຫາສົມບູນແບບ.

ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບ ຫຼັກການປະຕິບັດແລະຈັນຍາບັນທາງທຸລະກິດ ຂອງສະຕາບັກຊ໌ ກະລຸນາສົ່ງອີເມວໄປທີ່ EthicsAndCompliance@Starbucks.com.

ມາດຕະຖານຈັນຍາບັນໃນການດຳເນີນທຸລະກິດ

ຫນັງສື ມາດຕະຖານຈັນຍາບັນໃນການດຳເນີນທຸລະກິດ ເປັນເອກະສານທີ່ພິມເຜີຍແຜ່ໃຫ້ແກ່ ພາທເນີທຸກຄົນ ເພື່ອຊ່ອຍໃຫ້ຕັດສິນໃຈໄດ້ຢ່າງເໝາະສົມໃນຂະນະປະຕິບັດວຽກງານ. ໂດຍຫນັງສືຄູ່ມືນີ້ໄດ້ໃຫ້ຄໍາອະທິບາຍສັ້ນໆ ກ່ຽວກັບຄວາມຄາດຫວັງຂອງບໍລິສັດ ຕໍ່ກັບວິທີການທີ່ພວກເຮົາດໍາເນີນທຸລະກິດຂອງສະຕາບັກຊ໌ ໃຫ້ສອດຄ່ອງກັບພາລະກິດ ແລະ ຄ່ານິຍົມຂອງພວກເຮົາ.

Scroll To Top