ການເຂົ້າເຖິງເວັບ

Starbucks ມຸ່ງໝັ້ນທີ່ຈະໃຫ້ທຸກສິ່ງທີ່ພວກເຮົາເຮັດມີຄວາມຫຼາກຫຼາຍ, ປະສົມປະສານ ແລະ ສາມາດເຂົ້າເຖິງໄດ້. ຄ່ານິຍົມເຫຼົ່ານີ້ເປັນສິ່ງພື້ນຖານໃນການເຮັດທຸລະກິດຂອງພວກເຮົາ ແລະ ຜ່ານປະສົບການທີ່ພວກເຮົາອອກແບບເພື່ອຜູ້ຄົນ - ທັງໃນຮ້ານກາເຟຂອງພວກເຮົາ ແລະ ຢູ່ເທິງເວັບ.

ໂດຍຄໍານຶງເຖິງສິ່ງນີ້, ພວກເຮົາດໍາເນີນການຕາມຂັ້ນຕອນຢ່າງຕໍ່ເນື່ອງເພື່ອປັບປຸງ Starbucks.la ແລະ ຮັບປະກັນໃຫ້ສອດຄ່ອງກັບວິທີປະຕິບັດ ແລະ ມາດຕະຖານທີ່ດີທີ່ສຸດຕາມທີ່ກໍານົດໄວ້ໃນກົດໝາຍຂອງ ສປປ ລາວ.

ເວັບໄຊທ໌ຂອງພວກເຮົາມີການຕິດຕາມກວດກາ ແລະ ທົດສອບເປັນປະຈໍາ ໂດຍທີ່ປຶກສາດ້ານການເຂົ້າເຖິງ ທັງພາຍໃນ ແລະ ບຸກຄົນທີສາມ. ຄົນເຫຼົ່ານີ້ຈະຊ່ວຍໃຫ້ພວກເຮົາເຫັນບັນຫາໃນການໃຊ້ງານ ແລະ ຊອກຫາວິທີແກ້ໄຂໃໝ່ໆ ເພື່ອປັບປຸງການເຂົ້າເຖິງເວັບໄຊທ໌ຂອງພວກເຮົາຫຼາຍຂຶ້ນ.

ຂໍ້ມູນ ຂ່າວສານ ຢູ່ໃນ ເວັບໄຊ ປັດຈຸບັນຂອງພວກເຮົາ

  • ຂໍ້ຄວາມທາງເລືອກສຳລັບຮູບພາບທີ່ເໝາະສົມ ແລະອົງປະກອບອື່ນໆ ທີ່ບໍ່ແມ່ນຂໍ້ຄວາມ
  • ຄຸນລັກສະນະເພີ່ມຕື່ມກ່ຽວກັບການເຊື່ອມຕໍ່ ແລະ ການສະແດງ ເວັບໃໝ່
  • ເຄື່ອງໝາຍໂຄງສ້າງຂອງ ສະຕາບັກຊ໌ ເພື່ອຊີ້ບອກຫົວເລື່ອງ ແລະ ລາຍການເພື່ອຊ່ອຍໃຫ້ເຂົ້າໃຈ
  • ການເຊື່ອມຕໍ່ແບບຟອມ, ການເຊື່ອມຕໍ່ຂໍ້ມູນທັງໝົດໃນຕາລາງດ້ານເທິງ
  • JavaScript ແລະ ຮູບແບບເພື່ອປັບປຸງຮູບແບບລັກສະນະ ແລະ ການເຮັດວຽກຂອງ ເວັບໄຊ. ຖ້າ ເຕັກໂນໂລຊີ ເຫຼົ່ານີ້ ບໍ່ສາມາດໃຊ້ໄດ້, ມີເນື້ອຫາທາງເລືອກໃຫ້ ໃນບ່ອນທີ່ມີຄວາມຈໍາເປັນເພື່ອຮັບປະກັນ ປະສົບການທີ່ສາມາດໃຊ້ໄດ້.

ຄວາມພະຍາຍາມໃນການເພີ່ມການເຂົ້າເຖິງກຳລັງດຳເນີນການຢູ່. ໃນເວລາທີ່ເຮົາປັບປຸງເວັບໄຊ ເຮົາຈະສະແດງໃຫ້ເຫັນການປ່ຽນແປງ ແລະ ຄຳຊີ້ແຈ້ງສຳລັບການເຂົ້າເຖິງ, ດ້ວຍວິທີນີ້ ທ່ານຈະຮູ້ກ່ຽວກັບຄວາມຄືບໜ້າ ທີ່ເຮົາກຳລັງດຳເນີນຢູ່.

Scroll To Top