ບໍລິສັດຂອງພວກເຮົາ

ເຖິງວ່າຫລັກໃນການເຮັດວຽກຂອງສະຕາບັກຊ໌ ແມ່ນການຈັດຊື້ ແລະ ຂົ້ວເມັດກາເຟໃຫ້ໄດ້ຄຸນະພາບສູງ, ແຕ່ມັນກໍ່ບໍ່ໄດ້ຫມົດພຽງເທົ່ານັ້ນ ເພາະວຽກຂອງເຮົາຍາກທີ່ຈະເລົ່າລາຍລະອຽດທຸກຂັ້ນຕອນໄດ້ໃນເວລາສັ້ນໆ.

ຮ້ານກາເຟຂອງພວກເຮົາໄດ້ກາຍເປັນສະຖານທີ່ສຳຄັນສຳລັບຜູ້ຄົນທີ່ຫຼົງໄຫຼກາເຟໃນທົ່ວທຸກຫົນແຫ່ງ. ເປັນຫຍັງລູກຄ້າຈຶ່ງຍັງກັບມາຊື້ສະຕາບັກຊ໌ອີກ? ນັ້ນກໍ່ຍ້ອນວ່າ ພວກເຂົາໄວ້ວາງໃຈໃນການບໍລິການທີ່ດີເລີດຂອງເຮົາ, ບັນຍາກາດຂອງຮ້ານທີ່ອົບອຸ່ນ ລວມທັງກາເຟທີ່ຜ່ານການຂົ້ວແລະຊົງໂດຍຜູ້ຊ່ຽວຊານດ້ານກາເຟທຸກໆຄັ້ງ.

ຄາດຫວັງຫຼາຍກວ່າກາເຟ

ພວກເຮົາຫຼົງໄຫຼໃນກາເຟ ແລະ ທຸກສິ່ງທຸກຢ່າງ ທີ່ກ່ຽວຂ້ອງກັບການມອບປະສົບທີ່ດີທີ່ສຸດຂອງຮ້ານກາເຟໃຫ້ກັບທ່ານ. ພວກເຮົາຂໍແນະນຳ Tazo® teas ຊາລະດັບພຣີມຽມ, ຂະຫນົມອົບຕ່າງໆ ແລະ ອາຫານລົດເລີດນານາຊະນິດ ທີ່ຄັດສັນມາໃຫ້ທ່ານໄດ້ລິ້ມລອງ, ພ້ອມກັບສຽງເພັງທີ່ທ່ານຈະໄດ້ຍິນຢູ່ພາຍໃນຮ້ານ ກໍລ້ວນແລ້ວແຕ່ໄດ້ຮັບການຄັດເລືອກມາເປັນຢ່າງດີ ປະສົມປະສານກັນຢ່າງມີສີລະປະ ແລະ ມີສະເຫນ່ຫນ້າດຶງດູດ ໃຫ້ຜູ້ຄົນມາສະຕາບັກຊ໌ ເພື່ອສົນທະນາ, ມາພົບປະ ຫລື ມາລົມວຽກ.

ຮ້ານພວກເຮົາເປັນສະຖານທີ່ພົບປະສັງສັນໃນຊຸມຊົນ ເຊິ່ງເປັນສ່ວນໜຶ່ງຂອງກິດຈະວັດປະຈຳວັນ ແລະ ພວກເຮົາຈະມີຄວາມສຸກໃຈຫລາຍທີ່ໄດ້ບໍລິການທ່ານ. ມາຮູ້ຈັກກັບພວກເຮົາ ແລ້ວທ່ານຈະເຫັນວ່າ ພວກເຮົາເປັນໄດ້ຫລາຍກວ່າຮ້ານກາເຟ.

ຮຽນຮູ້ເພີ່ມຕື່ມ

ພວກເຮົາຄິດວ່າສິ່ງເຫຼົ່ານີ້ຈະຊ່ອຍໃຫ້ທ່ານເຂົ້າໃຈພວກເຮົາໄດ້ດີຂຶ້ນ.

Scroll To Top