ເງື່ອນໄຂການໃຊ້ງານ

ເງື່ອນໄຂການໃຊ້ງານ

ປັບປຸງລ່າສຸດ: ວັນທີ 14 ມີນາ 2022

ກະລຸນາກວດເບິ່ງເງື່ອນໄຂການໃຊ້ງານຂອງ ເວັບໄຊ ນີ້ຢ່າງລະມັດລະວັງ.

ເນື່ອງຈາກວ່າ ການນໍາໃຊ້ເວັບໄຊທ໌ນີ້ຂອງທ່ານ ຈະສະແດງການຍອມຮັບຂອງທ່ານຕໍ່ຂໍ້ກໍານົດເຫຼົ່ານີ້, ບໍ່ໃຫ້ນໍາໃຊ້ເວັບໄຊທ໌ນີ້ ຖ້າທ່ານບໍ່ເຫັນດີທີ່ຈະຜູກມັດຕໍ່ຂໍ້ກໍານົດເຫຼົ່ານີ້.

ຂໍ້ກໍານົດການນໍາໃຊ້ເຫຼົ່ານີ້ ນໍາໃຊ້ຕໍ່ການເຂົ້າເຖິງ, ການນໍາໃຊ້ທັງໝົດ ຫຼື ສ່ວນໃດສ່ວນໜຶ່ງຂອງເວັບໄຊທ໌ຂອງ ບໍລິສັດ ຄອບຟີ້ ຄອນເຊັບສ໌ (ລາວ) ຈໍາກັດຜູ້ດຽວ, ລວມທັງ www.Starbucks.la ແລະ ເວັບໄຊທ໌ອື່ນໃດໜຶ່ງ ຫຼື ການບໍລິການອອນລາຍ ທີ່ມີການໂພສແຈ້ງຂໍ້ໍກໍານົດການນໍາໃຊ້ເຫຼົ່ານີ້ ຫຼື ມີການລວມເຂົ້າກັນໂດຍການອ້າງອີງ (ເອີ້ນລວມກັນວ່າ “ເວັບໄຊທ໌”). ຂໍ້ກໍານົດການນໍາໃຊ້ເຫຼົ່ານີ້ຈະບໍ່ປ່ຽນແປງໃນທາງໃດໜຶ່ງຕໍ່ຂໍ້ກໍານົດ ຫຼື ເງື່ອນໄຂຂອງຂໍ້ຕົກລົງອື່ນໃດໜຶ່ງ ທີ່ທ່ານອາດມີກັບ Starbucks ຫຼື ບໍລິສັດໃນເຄືອ ສໍາລັບຜະລິດຕະພັນ, ການບໍລິການ ຫຼື ອື່ນໆ. ຖ້າທ່ານນໍາໃຊ້ເວັບໄຊທ໌ນີ້ໃນນາມຂອງນິຕິບຸກຄົນໃດໜຶ່ງ, ທ່ານຢັ້ງຢືນ ແລະ ຮັບປະກັນວ່າທ່ານໄດ້ຮັບອະນຸຍາດໃນການຍອມຮັບຂໍ້ກໍານົດການນໍາໃຊ້ເຫຼົ່ານີ້ໃນນາມຂອງນິຕິບຸກຄົນດັ່ງກ່າວ ແລະ ນິຕິບຸກຄົນດັ່ງກ່າວເຫັນດີຈ່າຍຄ່າຊົດເຊີຍໃຫ້ທ່ານ ແລະ Starbucks ສໍາລັບການລະເມີດຂໍ້ໍກໍານົດການນໍາໃຊ້ເຫຼົ່ານີ້. ຂໍ້ກໍານົດເຫຼົ່ານີ້ ປະກອບມີການປະຕິເສດຄວາມຮັບຜິດຊອບ ແລະ ຂໍ້ກໍານົດອື່ນໆ ທີ່ຈໍາກັດຄວາມຮັບຜິດຊອບຂອງພວກເຮົາຕໍ່ທ່ານ.

ໃນກໍລະນີມີຂໍ້ຂັດແຍ່ງ ຫຼື ຄວາມບໍ່ສອດຄ່ອງກັນລະຫວ່າງຂໍ້ກໍານົດການນໍາໃຊ້ເຫຼົ່ານີ້ ແລະ ຂໍ້ກໍານົດການນໍາໃຊ້ອື່ນໃດໜຶ່ງທີ່ປະກົດຂຶ້ນໃນເວັບໄຊທ໌, ຂໍ້ກໍານົດການນໍາໃຊ້ເຫຼົ່ານີ້ຈະຄຸ້ມຄອງ. ເຖິງຢ່າງໃດກໍຕາມ, ຖ້າທ່ານອອກຈາກເວັບໄຊທ໌ໄປຫາເວັບໄຊທ໌ຂອງບຸກຄົນທີສາມ, ທ່ານອາດຈະຂຶ້ນກັບຂໍ້ກໍານົດ ແລະ ເງື່ອນໄຂການນໍາໃຊ້ອື່ນ ທີ່ກໍານົດເທິງເວັບໄຊທ໌ດັ່ງກ່າວ. ໃນກໍລະນີດັ່ງກ່າວ, ຂໍ້ກໍານົດ ແລະ ເງື່ອນໄຂການນໍາໃຊ້ທີ່ນໍາໃຊ້ກັບເວັບໄຊທ໌ດັ່ງກ່າວ ຈະຄຸ້ມຄອງການນໍາໃຊ້ຂອງທ່ານໃນເວັບໄຊທ໌ນັ້ນໆ.

ໃນຂະນະທີ່ພວກເຮົາໃຊ້ຄວາມພະຍາຍາມຢ່າງສົມເຫດສົມຜົນ ເພື່ອສະໜອງຂໍ້ມູນທີ່ຖືກຕ້ອງ ແລະ ທັນເວລາ ກ່ຽວກັບ STARBUCKS CORPORATION DBA STARBUCKS COFFEE COMPANY ແລະ/ຫຼື ບໍລິສັດ ຄອບຟີ້ ຄອນເຊັບສ໌ (ລາວ) ຈໍາກັດຜູ້ດຽວ (ລວມກັນເອີ້ນວ່າ Starbucks ໃນເວັບໄຊທ໌ນີ້), ທ່ານຕ້ອງບໍ່ຄິດເອງວ່າຂໍ້ມູນທີ່ສະໜອງໃຫ້ນັ້ນ ເປັນຂໍ້ມູນປັດຈຸບັນຕະຫຼອດເວລາ ຫຼື ຄິດເອງວ່າເວັບໄຊທ໌ນີ້ປະກອບມີຂໍ້ມູນທັງໝົດທີ່ກ່ຽວຂ້ອງກັບ Starbucks. ໂດຍສະເພາະຢ່າງຍິ່ງ ຖ້າທ່ານກໍາລັງຕັດສິນໃຈລົງທຶນກ່ຽວກັບ Starbucks, ກະລຸນາປຶກສາກັບແຫຼ່ງຂໍ້ມູນທີ່ຫຼາກຫຼາຍ, ລວມທັງການຍື່ນຂອງ Starbucks ຕໍ່ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ.

Starbucks ສະຫງວນສິດໃນການປ່ຽນແປງ ຫຼື ແກ້ໄຂຂໍ້ກໍານົດການນໍາໃຊ້ເຫຼົ່ານີ້ ຫຼື ນະໂຍບາຍ ຫຼື ຄໍາແນະນໍາໃດໜຶ່ງຂອງເວັບໄຊທ໌ນີ້ໄດ້ທຸກເວລາ ແລະ ຕາມດຸນພິນິດຂອງຕົນແຕ່ພຽງຝ່າຍດຽວ. ການປ່ຽນແປງ ຫຼື ການແກ້ໄຂໃດໜຶ່ງຈະມີຜົນບັງຄັບໃຊ້ທັນທີເມື່ອໄດ້ໂພສແຈ້ງການປັບປຸງໃນເວັບໄຊທ໌ນີ້ ແລະ ທ່ານສະລະສິດໃດໜຶ່ງທີ່ທ່ານອາດຈະມີ ເພື່ອຮັບແຈ້ງການສະເພາະຂອງການປ່ຽນແປງ ຫຼື ການແກ້ໄຂດັ່ງກ່າວ. ການນໍາໃຊ້ເວັບໄຊທ໌ຢ່າງຕໍ່ເນື່ອງຂອງທ່ານຈະຢືນຢັນວ່າທ່ານຮັບເອົາການປ່ຽນແປງ ຫຼື ການແກ້ໄຂດັ່ງກ່າວ; ດັ່ງນັ້ນ, ທ່ານຄວນກວດກາເບິ່ງຂໍ້ກໍານົດການນໍາໃຊ້ເຫຼ່ົານີ້ ແລະ ນະໂຍບາຍທີ່ບັງຄັບໃຊ້ເລື້ອຍໆ ເພື່ອເຂົ້າໃຈຂໍ້ກໍານົດ ແລະ ເງື່ອນໄຂທີ່ນໍາໃຊ້ກັບການນໍາໃຊ້ຂອງທ່ານໃນເວັບໄຊທ໌ຂອງພວກເຮົາ. ຖ້າທ່ານບໍ່ເຫັນດີຕໍ່ຂໍ້ກໍານົດທີ່ປັບປຸງ, ທ່ານຕ້ອງຢຸດນໍາໃຊ້ເວັບໄຊທ໌.

ລິຂະສິດ ແລະ ເຄື່ອງໝາຍການຄ້າ: ເວັ້ນເສຍແຕ່ກໍານົດໄວ້ເປັນຢ່າງອື່ນ, ສິ່ງຕ່າງໆ ແລະ ເນື້ອຫາທັງໝົດທີ່ຢູ່ເທິງເວັບໄຊທ໌ນີ້ ຖືກປົກປ້ອງໃຫ້ເປັນລິຂະສິດ, ເຄື່ອງໝາຍຮູບລັກ (trade dress), ເຄື່ອງໝາຍການຄ້າ ແລະ/ຫຼື ຊັບສິນທາງປັນຍາອື່ນໆ ທີ່ເປັນເຈົ້າຂອງໂດຍ Starbucks ແລະ/ຫຼື ສາຂາ ແລະ ບໍລິສັດໃນເຄືອ ຫຼື ໂດຍຝ່າຍອື່ນທີ່ໄດ້ອະນຸຍາດໃຫ້ Starbucks.

ສິດທັງໝົດທີ່ບໍ່ໄດ້ມອບໃຫ້ຢ່າງຊັດເຈນ ແມ່ນຖືກສະຫງວນໄວ້.

ການນໍາໃຊ້ສ່ວນຕົວ: ການນໍາໃຊ້ສິ່ງຕ່າງໆ ຂອງທ່ານທີ່ລວມຢູ່ໃນເວັບໄຊທ໌ນີ້ ແມ່ນຈຸດປະສົງເພື່ອເປັນຂໍ້ມູນເທົ່ານັ້ນ. ທ່ານເຫັນດີວ່າທ່ານຈະບໍ່ແຈກຢາຍ, ຕີພິມ, ສົ່ງ, ແກ້ໄຂ, ສະແດງ ຫຼື ສ້າງຜົນງານທີ່ສືບເນື່ອງຈາກລິຂະສິດ ຫຼື ຫາຜົນປະໂຫຍດຈາກເນື້ອຫາຂອງເວັບໄຊທ໌ນີ້ໃນທາງໃດໜຶ່ງ. ທ່ານເຫັນດີທີ່ຈະຊົດໃຊ້ຄ່າເສຍຫາຍ, ປ້ອງກັນ ແລະ ບໍ່ກໍ່ໃຫ້ເກີດອັນຕະລາຍຕໍ່ Starbucks ສໍາລັບການນໍາໃຊ້ທີ່ບໍ່ໄດ້ຮັບອະນຸຍາດໃດໜຶ່ງ ແລະ ທັງໝົດທີ່ທ່ານອາດສ້າງຂຶ້ນຈາກສິ່ງທີ່ຢູ່ໃນເວັບໄຊທ໌. ທ່ານຮັບຮູ້ວ່າການນໍາໃຊ້ເນື້ອຫາທີ່ບໍ່ໄດ້ຮັບອະນຸຍາດ ສາມາດສ້າງຄວາມເສຍຫາຍທີ່ບໍ່ສາມາດແກ້ໄຂໄດ້ຕໍ່ Starbucks ແລະ ໃນກໍລະນີທີ່ມີການນໍາໃຊ້ທີ່ບໍ່ໄດ້ຮັບອະນຸຍາດ, Starbucks ມີສິດໃນການອອກຄໍາສັ່ງເພີ່ມເຕີມນອກເໜືອຈາກການແກ້ໄຂອື່ນໆ ໃດໜຶ່ງທີ່ມີຢູ່ໃນກົດໝາຍ ຫຼື ຄວາມຖືກຕ້ອງ.

ຄໍາຕິຊົມ ແລະ ການຍື່ນ: ທ່ານເຫັນດີວ່າ ແລະ ທ່ານຍັງຈະຮັບຜິດຊອບແຕ່ພຽງຜູ້ດຽວ ສໍາລັບເນື້ອຫາຂອງສິ່ງໃດໜຶ່ງທີ່ທ່ານຍື່ນ ແລະ ທ່ານຈະບໍ່ຍື່ນສິ່ງທີ່ຜິດກົດໝາຍ, ທໍາລາຍຊື່ສຽງ, ໝິ່ນປະໝາດ ຫຼື ອະນາຈານ. ທ່ານເຫັນດີວ່າ ທ່ານຈະບໍ່ຍື່ນສິ່ງໃດໜຶ່ງຕໍ່ເວັບໄຊທ໌ນີ້ ທີ່ຈະເປັນການລະເມີດສິດຂອງບຸກຄົນທີສາມໃດໜຶ່ງ, ລວມທັງລິຂະສິດ, ເຄື່ອງໝາຍການຄ້າ, ຄວາມເປັນສ່ວນຕົວ ຫຼື ສິດສ່ວນຕົວ ຫຼື ສິດໃນການເປັນເຈົ້າຂອງອື່ນໆ.

ໃນຂະນະທີ່ພວກເຮົາຍິນດີທີ່ທ່ານໃຫ້ຄວາມສົນໃຈໃນ Starbucks, ພວກເຮົາບໍ່ຕ້ອງການ ແລະ ບໍ່ສາມາດຮັບຄໍາຄິດເຫັນໃດໜຶ່ງ ທີ່ທ່ານພິຈາລະນາຄວາມເປັນເຈົ້າຂອງໃນການອອກແບບ, ເທັກໂນໂລຢີຜະລິດຕະພັນ ຫຼື ຄຳສະເໜີອື່ນໆ ທີ່ທ່ານອາດມີ. ດັ່ງນັ້ນ, ສິ່ງທີ່ທ່ານຍື່ນໃນເວັບໄຊທ໌ນີ້ຈະຖືວ່າເປັນການມອບສິດ ແລະ ການອະນຸຍາດທີ່ບໍ່ຜູກຂາດ ໂດຍບໍ່ເສຍຄ່າພາກຫຼວງໃນການນໍາໃຊ້, ສ້າງໃໝ່, ແກ້ໄຂ, ສະແດງ, ສົ່ງ, ດັດແປງ, ຕີພິມ, ແປ, ສ້າງຜົນງານທີ່ສືບເນື່ອງຈາກລິຂະສິດ ແລະ ແຈກຢາຍສິ່ງເຫຼົ່ານີ້ໃນສື່ໃດໜຶ່ງ ຫຼື ຜ່ານວິທີການແຈກຢາຍ, ສົ່ງ ແລະ ສະແດງໃດໜຶ່ງທີ່ມີໃນປັດຈຸບັນ ຫຼື ຄິດຄົ້ນຂຶ້ນໃໝ່ຕໍ່ຈາກນີ້. ນອກຈາກນີ້, ທ່ານຮັບປະກັນວ່າ “ສິດດ້ານຈາລິຍະທໍາ” ທັງໝົດໄດ້ຖືກສະລະສິດ.

ການເຊື່ອມໂຍງ: ບາງລິ້ງໃນເວັບໄຊທ໌ນີ້ຈະອະນຸຍາດໃຫ້ທ່ານເຊື່ອມຕໍ່ກັບເວັບໄຊທ໌ທີ່ບໍ່ຢູ່ພາຍໃຕ້ການຄວບຄຸມຂອງພວກເຮົາ. Starbucks ສະໜອງລິ້ງເຫຼ່ົານີ້ເພື່ອຄວາມສະດວກເທົ່ານັ້ນ. ການປະກົດຕົວຂອງລິ້ງ ບໍ່ຖືເປັນການບົ່ງບອກການຮັບຮອງຂອງ Starbucks ຫຼື Starbucks ບໍ່ຮັບຜິດຊອບຕໍ່ເນື້ອຫາຂອງເວັບໄຊທ໌ທີ່ເຊື່ອມໂຍງໃດໜຶ່ງ. ທ່ານຈະຮັບຜິດຊອບຄວາມສ່ຽງຂອງຕົນເອງໃນການເຂົ້າເຖິງສິ່ງເຫຼົ່ານັ້ນ.

ຄວາມເປັນສ່ວນຕົວ: ກະລຸນາອ່ານນະໂຍບາຍຄວາມເປັນສ່ວນຕົວຢ່າງລະອຽດ ເພື່ອເຂົ້າໃຈວິທີທີ່ Starbucks ເກັບກໍາ, ນໍາໃຊ້ ແລະ ເປີດເຜີຍຂໍ້ມູນທີ່ສາມາດລະບຸໄດ້ແບບສ່ວນບຸກຄົນ ຈາກຜູ້ໃຊ້ງານຂອງຕົນ.

ການປະຕິເສດຄວາມຮັບຜິດຊອບ: Starbucks ບໍ່ຮັບປະກັນວ່າການເຮັດວຽກທີ່ຢູ່ໃນເວັບໄຊທ໌ນີ້ຈະບໍ່ຖືກລົບກວນ ຫຼື ບໍ່ມີຂໍ້ຜິດພາດ, ບໍ່ຮັບປະກັນວ່າເວັບໄຊທ໌ນີ້ ຫຼື ເຊີຟເວີ (server) ຂອງມັນບໍ່ມີໄວຣັສ ຫຼື ສິ່ງອັນຕະລາຍອື່ນໆ, ຫຼື ຂໍ້ບົກພ່ອງດັ່ງກ່າວຈະຖືກແກ້ໄຂເຖິງວ່າ Starbucks ຈະຮັບຮູ້ກໍຕາມ. ຕາມລະດັບສູງສຸດທີ່ກົດໝາຍບັງຄັບໃຊ້ອະນຸຍາດ, Starbucks ຈະບໍ່ຮັບຜິດຊອບສໍາລັບຄວາມເສຍຫາຍທາງກົງ, ທາງອ້ອມ ຫຼື ເປັນຜົນຕາມມາ ຈາກການນໍາໃຊ້ເນື້ອຫາທີ່ມີຢູ່ໃນເວັບໄຊທ໌ນີ້ ຫຼື ຈາກການເຂົ້າເຖິງຂອງທ່ານໃນສິ່ງອື່ນໆ ເທິງອິນເຕີເນັດ ໂດຍເວັບທີ່ເຊື່ອມໂຍງຈາກເວັບໄຊທ໌ເຫຼົ່ານີ້. Starbucks ບໍ່ພະຍາຍາມໃນການຈໍາກັດຄວາມຮັບຜິດຊອບກ່ຽວກັບການບິດເບືອນຄວາມຈິງທີ່ເປັນການສໍ້ໂກງ ຫຼື ກ່ຽວຂ້ອງກັບການເສຍຊີວິດ ຫຼື ການບາດເຈັບສ່ວນບຸກຄົນທີ່ເກີດຈາກການປະໝາດເລິ່ນເລີ້ໂດຍກົງ.

ເດັກ: Starbucks ຮ້ອງຂໍໃຫ້ພໍ່ແມ່ດູແລລູກຂອງຕົນ ເມື່ອນໍາໃຊ້ເວັບໄຊທ໌ນີ້ອອນລາຍ ແລະ ການສະໜອງຂໍ້ມູນໃດໜຶ່ງໂດຍເດັກ ອາດຈະເຮັດໄດ້ກໍຕໍ່ເມື່ອມີການຍິນຍອມຈາກພໍ່ແມ່ ຫຼື ຜູ້ປົກຄອງທາງກົດໝາຍຂອງເດັກນັ້ນ.

ຂອບເຂດອໍານາດສານ: ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນຈາກ ຫຼື ກ່ຽວຂ້ອງກັບຂໍ້ກໍານົດເຫຼົ່ານີ້, ບັນດາຝ່າຍຕ້ອງມີຄວາມຈິງໃຈໃນການພະຍາຍາມເພື່ອໃຫ້ສາມາດຕົກລົງກັນໄດ້ກ່ຽວກັບຂໍ້ຂັດແຍ່ງດັ່ງກ່າວ. ຖ້າຂໍ້ຂັດແຍ່ງດັ່ງກ່າວ ຍັງບໍ່ໄດ້ຮັບການແກ້ໄຂ ຫຼັງຈາກ 2 ເດືອນນັບແຕ່ວັນທີ່ຝ່າຍໜຶ່ງສົ່ງແຈ້ງການຂໍ້ຂັດແຍ່ງໄປໃຫ້ອີກຝ່າຍໜຶ່ງ, ຂໍ້ຂັດແຍ່ງຈະຕ້ອງຖືກຍື່ນ ແລະ ແກ້ໄຂເປັນຂັ້ນສຸດທ້າຍໂດຍ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມລະບຽບການຕັດສິນທີ່ມີຜົນບັງຄັບ, ເຊິ່ງລະບຽບຈະຕ້ອງຖືວ່າຖືກລວມເຂົ້າໂດຍການອ້າງອີງເຖິງໃນຂໍ້ນີ້. ສະຖານທີ່ດໍາເນີນການຕັດສິນແມ່ນຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ.

ການຕັດສິນຈະປະກອບມີຜູ້ຕັດສິນໜຶ່ງ (1) ທ່ານ. ພາສາທີ່ນໍາໃຊ້ໃນການຕັດສິນແມ່ນພາສາອັງກິດ.

ຄໍາຕັດສິນໃດໜຶ່ງຂອງຜູ້ຕັດສິນ ຈະມີຜົນຜູກມັດນັບແຕ່ວັນທີີ່ມີຄໍາຕັດສິນ ແລະ ບັນດາຝ່າຍໃນທີ່ນີ້ສະລະສິດໃດໜຶ່ງ ທີ່ຈະອ້າງເຖິງບັນຫາໃດໜຶ່ງຂອງກົດໝາຍ ແລະ ສິດໃນການຂໍອຸທອນໃດໜຶ່ງ ຕາມກົດໝາຍ ແລະ/ຫຼື ຂໍ້ເທັດຈິງ ຕໍ່ສານໃດໜຶ່ງ. ການຕັດສິນຢັ້ງຢືນໃນຄໍາຕັດສິນຂອງຜູ້ຕັດສິນ ອາດຈະຖືກນໍາສະເໜີຕໍ່ສານໃດໜຶ່ງທີ່ມີສິດອໍານາດ.

Starbucks ບໍ່ຢັ້ງຢືນວ່າສິ່ງທີ່ຢູ່ໃນເວັບໄຊທ໌ນີ້ເໝາະສົມ ຫຼື ມີໃຫ້ສໍາລັບການນໍາໃຊ້ໃນສະຖານທີ່ອື່ນໆ. ຖ້າທ່ານເຂົ້າເຖິງເວັບໄຊທ໌ນີ້ຢູ່ນອກ ສປປ ລາວ, ແຈ້ງໃຫ້ຊາບວ່າ ເວັບໄຊທ໌ນີ້ອາດຈະມີການອ້າງອີງເຖິງຜະລິດຕະພັນ ແລະ ການບໍລິການທີ່ບໍ່ມີ ຫຼື ຖືກຫ້າມໃນປະເທດຂອງທ່ານ.

 

 

 

ຂໍ້ມູນຂອງບໍລິສັດ:

ບໍລິສັດ ຄອບຟີ້ ຄອນເຊັບສ໌ (ລາວ) ຈໍາກັດຜູ້ດຽວ

ພາກຊັນ ລາວ, ເລກທີ 011, ຖະໜົນ ຄູວຽງ,

ບ້ານ ໜອງຈັນ, ເມືອງ ສີສັດຕະນາກ,

ນະຄອນຫຼວງວຽງຈັນ, ສປປ ລາວ.

 

ສູນປະສານງານລູກຄ້າ

ເບີໂທ: [phone number]

ວັນຈັນ ເຖິງ ວັນສຸກ, 8:30a.m. - 5:00p.m., ຍົກເວັ້ນ ວັນພັກລັດຖະການຕ່າງໆ

Scroll To Top