STARBUCKS® REWARDS PROGRAM TERMS OF USE
ໂຄງການ STARBUCKS® REWARDS ເງື່ອນໄຂການນຳໃຊ້
19 November 2024
ກະລຸນາ ອ່ານເງື່ອນໄຂ ການນຳໃຊ້ ຂອງ ໂຄງການStarbucks® Rewards (“ເງື່ອນໄຂການນຳໃຊ້”) ນີ້ ຢ່າງລະອຽດ. ໃນການເຂົ້າເຖິງ ຫຼື ການເຂົ້າຮ່ວມໂຄງການ Starbucks® Rewards, ທ່ານ ຈະຕ້ອງຕົກລົງທີ່ຈະຜູກພັນຕາມເງື່ອນໄຂ ການນຳໃຊ້ນີ້ ແລະ ເງື່ອນໄຂທັງໝົດທີ່ໄດ້ອ້າງອີງ ໃນເອກະສານນີ້. ຖ້າຫາກທ່ານ ບໍ່ເຫັນດີ ກັບເງື່ອນໄຂການນຳໃຊ້ນີ້ທັງໝົດ, ຢ່າເຂົ້າເຖິງ ຫຼື ເຂົ້າຮ່ວມໃນໂຄງການ Starbucks® Rewards.
- ເງື່ອນໄຂທົ່ວໄປ
1.1 ເງື່ອນໄຂການນຳໃຊ້ນີ້ ແມ່ນນໍາໃຊ້ກັບ ການເຂົ້າເຖິງ ແລະ ການນຳໃຊ້ ເວັບໄຊ ຫຼື ແອັບພລິເຄຊັນເທິງມືຖື ທັງໝົດ ຫຼື ບາງສ່ວນ ແລະ ການເຂົ້າຮ່ວມໃນ ໂຄງການ Starbucks® Rewards ເຊິ່ງຈັດຂຶ້ນ ໂດຍ ບໍລິສັດ ຄອບຟີ້ ຄອນເຊັບສ໌ (ລາວ) ຈໍາກັດຜູ້ດຽວ (“ສະຕາບັກຊ໌”, “ພວກເຮົາ” ຫຼື “ໃນນາມພວກເຮົາ”), ເຊິ່ງແມ່ນ ຜູ້ໄດ້ຮັບອະນຸຍາດເປັນທາງການ ຈາກ ບໍລິສັດ ສະຕາບັກຊ໌ ຄອບຟີ້ອິນເຕີເນຊັນນໍ ອິນ ຈໍາກັດ ໃນ ສປປ ລາວ. ເງື່ອນໄຂການນຳໃຊ້ນີ້ ບໍ່ໄດ້ປ່ຽນແປງເງື່ອນໄຂ ຫຼື ຂໍ້ກຳນົດຂອງການຕົກລົງອື່ນໆທີ່ທ່ານອາດຈະມີກັບ ສະຕາບັກຊ໌ ສຳລັບ ຜະລິດຕະພັນ ແລະ ການບໍລິການອື່ນໆ.
1.2 ທ່ານເຫັນດີໃຫ້ ພວກເຮົາ ສາມາດ ສະໜອງ ການອັບເດດ, ແຈ້ງການ, ການເປີດເຜີຍ ແລະ ການແກ້ໄຂ ເງື່ອນໄຂ ການນຳໃຊ້ນີ້, ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງກັບ ໂຄງການ Starbucks® Rewards ໂດຍ ທາງເອເລັກໂຕຣນິກ, ລວມທັງ ການໂພສຂໍ້ມູນ ແລະ ເອກະສານ ດັ່ງກ່າວທາງອອນລາຍ ໄດ້ທີ່ starbucks.la (“ເວັບໄຊ ສະຕາບັກຊ໌”).
- ການປ່ຽນແປງເງື່ອນໄຂ
ສະຕາບັກຊ໌ ສະຫງວນສິດ ໃນການປ່ຽນແປງ, ແກ້ໄຂ ແລະ/ຫຼື ຍົກເລີກ ໂຄງການ Starbucks® Rewards (ລວມທັງ ລາງວັນ ແລະ ຜົນປະໂຫຍດ ຂອງ ສະມາຊິກ) ແລະ/ຫຼື ເງື່ອນໄຂການນຳໃຊ້ນີ້ ຫຼື ນະໂຍບາຍຕ່າງໆ, ຄຳຖາມທີ່ຖາມເລື້ອຍໆ, ຫຼື ຄຳແນະນຳ ທີ່ກ່ຽວຂ້ອງກັບໂຄງການ Starbucks® Rewards ທັງໝົດ ຫຼື ບາງສ່ວນ ໃນເວລາໃດກໍໄດ້ ແລະ ຕາມການພິຈາລະນາຂອງຕົນເອງແຕ່ພຽງຜູ້ດຽວ. ການປ່ຽນແປງ ຫຼື ການແກ້ໄຂໃດໜຶ່ງ ຈະມີຜົນບັງຄັບໃຊ້ທັນທີ ແລະ ອາດຈະຖືກໂພສລົງໃນເວັບໄຊ ສະຕາບັກຊ໌, ແລະ ທ່ານ ສະຫຼະສິດທີ່ທ່ານອາດຈະມີ ໃນການຮັບແຈ້ງການສະເພາະກ່ຽວກັບການປ່ຽນແປງ ຫຼື ການດັດແກ້ດັ່ງກ່າວ. ການເຂົ້າເຖິງ ຫຼື ການເຂົ້າຮ່ວມຢ່າງຕໍ່ເນື່ອງ ຂອງ ທ່ານໃນໂຄງການ Starbucks® Rewards ຫຼັງຈາກ ການປ່ຽນແປງ ຫຼື ການດັດແກ້ດັ່ງກ່າວ ແມ່ນຢືນຢັນການຍອມຮັບຂອງທ່ານຕໍ່ເງື່ອນໄຂການນຳໃຊ້ນີ້ ແລະ ການປ່ຽນແປງ ຫຼື ການດັດແກ້ ດັ່ງກ່າວ; ດັ່ງນັ້ນ, ທ່ານຄວນທົບທວນເງື່ອນໄຂການນຳໃຊ້ນີ້ ແລະ ນະໂຍບາຍ ແລະ ຄຳຖາມທີ່ຖາມເລື້ອຍໆ ທີ່ກ່ຽວຂ້ອງ ເປັນປະຈຳ ເພື່ອໃຫ້ເຂົ້າໃຈເງື່ອນໄຂ ແລະ ຂໍ້ກຳນົດທີ່ໃຊ້ກັບ ໂຄງການ Starbucks® Rewards. ຖ້າທ່ານບໍ່ເຫັນດີກັບເງື່ອນໄຂການນຳໃຊ້ນີ້, ທ່ານຕ້ອງຢຸດການເຂົ້າເຖິງ ແລະ ການເຂົ້າຮ່ວມໃນໂຄງການແລກຂອງລາງວັນ ກັບ ສະຕາບັກຊ໌.
- ການນຳໃຊ້ສ່ວນຕົວ
3.1 ໂຄງການ Starbucks® Rewards ແມ່ນມີຈຸດປະສົງ ເພື່ອການນຳໃຊ້ສ່ວນຕົວ ເທົ່ານັ້ນ. ຫ້າມນຳໃຊ້ເພື່ອ ທາງການຄ້າ. ໂຄງການ Starbucks® Rewards ບໍ່ມີເປົ້າໝາຍ ຫຼື ມີຈຸດປະສົງໃຫ້ ເດັກທີ່ມີອາຍຸ ຕ່ຳກວ່າສິບແປດ (18) ປີ ນໍາໃຊ້. ຖ້າຫາກທ່ານ ມີອາຍຸສິບສາມ (13) ປີ ຫຼື ສູງກວ່າ ແຕ່ວ່າ ບໍ່ເກີນ ສິບແປດ (18) ປີ, ທ່ານຄວນ ທົບທວນເງື່ອນໄຂ ການນຳໃຊ້ນີ້ກັບ ພໍ່ແມ່ ຫຼື ຜູ້ປົກຄອງຂອງທ່ານ ເພື່ອໃຫ້ແນ່ໃຈວ່າ ທ່ານ ແລະ ພໍ່ແມ່ ຫຼື ຜູ້ປົກຄອງຂອງທ່ານ ເຂົ້າໃຈ ແລະ ເຫັນດີກັບເງື່ອນໄຂການນຳໃຊ້ນີ້ ແລະ ໃນການເຂົ້າຮ່ວມໃນ ໂຄງການ Starbucks® Rewards, ພໍ່ແມ່ ຫຼື ຜູ້ປົກຄອງຂອງທ່ານ ແມ່ນຍິນຍອມ ໃຫ້ທ່ານເຂົ້າຮ່ວມໃນໂຄງການນີ້. ຖ້າຫາກ ພໍ່ແມ່ ຫຼື ຜູ້ປົກຄອງຂອງທ່ານບໍ່ເຫັນດີກັບເງື່ອນໄຂການນຳໃຊ້ນີ້, ທ່ານຕ້ອງຢຸດເຊົາເຂົ້າຮ່ວມໃນໂຄງການ Starbucks® Rewards. ເດັກທີ່ມີອາຍຸຕ່ຳກວ່າ ສິບສາມ (13) ປີ ບໍ່ມີສິດເຂົ້າຮ່ວມໃນໂຄງການ Starbucks® Rewards.
3.2 ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ ແມ່ນໄດ້ລວມເຂົ້າໃນ ເງື່ອນໄຂການນຳໃຊ້ ນີ້ ແລະ ຍັງຄວບຄຸມ ການເຂົ້າຮ່ວມ ຂອງ ທ່ານ ໃນໂຄງການ Starbucks® Rewards. ກະລຸນາອ່ານນະໂຍບາຍຄວາມເປັນສ່ວນຕົວ ຢ່າງລະອຽດ ເພື່ອຈະໄດ້ເຂົ້າໃຈ ວິທີທີ່ ສະຕາບັກຊ໌ ເກັບກຳ, ນຳໃຊ້, ເກັບຮັກສາ, ໂອນ ແລະ ເປີດເຜີຍຂໍ້ມູນ ກ່ຽວກັບ ລູກຄ້າ ຂອງ ຕົນ, ວິທີການອັບເດດ ຫຼື ປ່ຽນແປງຂໍ້ມູນສ່ວນຕົວຂອງທ່ານ, ແລະ ວິທີທີ່ພວກເຮົາສື່ສານກັບທ່ານ. ໃນການເຂົ້າຮ່ວມໃນໂຄງການ Starbucks® Rewards, ທ່ານ ຕ້ອງຕົກລົງ, ຍິນຍອມ ແລະ ອະນຸມັດທຸກການກະທຳທີ່ພວກເຮົາດຳເນີນກ່ຽວກັບຂໍ້ມູນຂອງທ່ານທີ່ສອດຄ່ອງກັບ ນະໂຍບາຍຄວາມເປັນສ່ວນຕົວ ຂອງ ພວກເຮົາ.
3.3 ສະຕາບັກຊ໌ ຈະບໍ່ຮັບຜິດຊອບຕໍ່ເນື້ອຫາໃດໆຂອງທ່ານທີ່ທ່ານ ຫຼື ຝ່າຍທີສາມ ໄດ້ອັບໂຫຼດ ຫຼື ເກັບຮັກສາໄວ້ ຫຼື ຈະບໍ່ຮັບຜິດຊອບຕໍ່ກັບ ການສູນເສຍ ຫຼື ຄວາມເສຍຫາຍ, ຫຼື ສະຕາບັກຊ໌ ຈະບໍ່ຮັບຜິດຊອບຕໍ່ການກະທຳຂອງຜູ້ນໍາໃຊ້ ຫຼື ຄວາມຜິດພາດ; ທ່ານ ເປັນຜູ້ຮັບຜິດຊອບ ພຽງຜູ້ດຽວຕໍ່ກັບ ການເຂົ້າຮ່ວມ ຂອງທ່ານ ໃນໂຄງການ Starbucks® Rewards.
3.4 ໃນກໍລະນີທີ່ ທ່ານນໍາໃຊ້ ຄອມພິວເຕີ ສາທາລະນະ ຫຼື ຫຼາຍຄົນສາມາດເຂົ້າເຖິງ ຄອມພິວເຕີ ດັ່ງກ່າວ ເພື່ອເຂົ້າສູ່ລະບົບ ບັນຊີ Starbucks® Rewards ທີ່ລົງທະບຽນ ຂອງ ທ່ານ, ທ່ານຕ້ອງຮັບປະກັນວ່າຈະປະຕິບັດຕາມຄຳແນະນຳທີ່ກ່ຽວຂ້ອງທັງໝົດເພື່ອຮັບປະກັນວ່າທ່ານໄດ້ອອກຈາກລະບົບ ແລະ ອອກຈາກບັນຊີ ແລະ ລະບົບຄອມພິວເຕີທີ່ທ່ານກຳລັງໃຊ້ຢູ່ທັງໝົດແລ້ວ ເພື່ອປ້ອງກັນ ຄົນອື່ນຄວບຄຸມບັນຊີຂອງທ່ານໂດຍບໍ່ໄດ້ຮັບອະນຸຍາດ.
- ກ່ຽວກັບ ໂຄງການ Starbucks® Rewards
ໂຄງການ Starbucks® Rewards ແມ່ນວິທີການໜຶ່ງທີ່ ສະຕາບັກຊ໌ ພະຍາຍາມຕອບແທນ ແລະ ຂອບໃຈ ລູກຄ້າ ທີ່ມີຄວາມພັກດີ ທີ່ອຸປະຖຳທຸລະກິດ ແລະ ຊື້ຜະລິດຕະພັນ ສະຕາບັກຊ໌ ຂອງ ພວກເຮົາ. ສະມາຊິກ ຂອງ ໂຄງການ Starbucks® Rewards ສາມາດໄດ້ຮັບ ແລະ ສະສົມ “ດາວ” ທີ່ສາມາດແລກເປັນ ຜົນປະໂຫຍດ ໃນ ໂຄງການ Starbucks® Rewards ທີ່ຮູ້ຈັກກັນໃນນາມ “ລາງວັນ”, ທີ່ຮ້ານ ສະຕາບັກຊ໌ ທີ່ເຂົ້າຮ່ວມໃນ ສປປ ລາວ.
- ການເຂົ້າຮ່ວມໂຄງການ Starbucks® Rewards
ທ່ານ ສາມາດ ລົງທະບຽນໃນໂຄງການ Starbucks® Rewards ແລະ ເລີ່ມສະສົມດາວ ໂດຍການເຂົ້າເບິ່ງເວັບໄຊສໍາລັບ ສະມາຊິກໂຄງການ Starbucks® Rewards ເມື່ອລົງທະບຽນບັນຊີ ຫຼັງຈາກ ເຫັນດີ ກັບເງື່ອນໄຂ ການນຳໃຊ້ ແລະ ນະໂຍບາຍຄວາມເປັນສ່ວນຕົວນີ້, ທ່ານຈະໄດ້ຮັບລະຫັດຢືນຢັນ ລະຫັດຜ່ານ ຄັ້ງດຽວ ທາງ SMS ເທິງມືຖືຂອງ ທ່ານ ທີ່ໃຊ້ ສຳລັບ ການລົງທະບຽນ ແລະ ການເປີດໃຊ້ບັນຊີຂອງທ່ານ. ກະລຸນາຕິດຕໍ່ ສູນດູແລລູກຄ້າໂຄງການແລກຂອງລາງວັນ ກັບ ສະຕາບັກຊ໌ ຂອງພວກເຮົາທີ່ +856 20 5724 1552 ຖ້າຫາກ ທ່ານບໍ່ໄດ້ຮັບລະຫັດຢືນຢັນລະຫັດຜ່ານຄັ້ງດຽວພາຍໃນ 24 ຊົ່ວໂມງ.
ຂັ້ນຕອນການລົງທະບຽນ ອາດຈະຮຽກຮ້ອງໃຫ້ທ່ານ ສະໜອງຂໍ້ມູນຕໍ່ໄປນີ້: ນາມສະກຸນ, ຊື່, ເບີໂທລະສັບມືຖື, ທີ່ຢູ່ອີເມວ, ວັນເດືອນປີເກີດ, ລະຫັດຜ່ານ ຫຼື ເລກ PIN.
- ການໄດ້ຮັບດາວ
ຜົນປະໂຫຍດທີ່ມີໃຫ້ທ່ານ ຜ່ານໂຄງການ Starbucks® Rewards ແມ່ນຂຶ້ນກັບຈຳນວນ “ດາວ” ທີ່ທ່ານມີ. ທ່ານສາມາດໄດ້ຮັບ ດາວ ໂດຍການຊື້ເຄື່ອງທີ່ຮ້ານສະຕາບັກຊ໌ ທີ່ເຂົ້າຮ່ວມໃນ ສປປ ລາວ ໂດຍການສະແກນ ລະຫັດ ຄິວອາ (QR) ສະມາຊິກຂອງທ່ານໃນ ໜ້າເວບໄຊ ສໍາລັບ ສະມາຊິກ ແລະ ຈາກນັ້ນ ຊໍາລະເງິນ ດ້ວຍ ເງິນສົດ, ບັດເຄຣດິດ, ບັດເດບິດ, ຄິວອາ (QR) ຫຼື ກະເປົາເງິນດິຈິຕອລ.
ກະລຸນາຮັບຊາບວ່າ ການຊໍາລະເງິນແຕ່ລະຄັ້ງ ຈະຖືກຄິດໄລ່ ແລະ ດາວ ຈະສະສົມ ຫຼັງຈາກ ການຊື້ຂອງທ່ານທີ່ຮ້ານ ສະຕາບັກຊ໌ ທີ່ເຂົ້າຮ່ວມໃນ ສປປ ລາວ; ແລະ ທ່ານຕ້ອງສະແດງລະຫັດ ຄິວອາ (QR) ສະມາຊິກ ຂອງ ໂຄງການ Starbucks® Rewards ທີ່ກ່ຽວຂ້ອງຂອງທ່ານເພື່ອສະແກນໃນເວລາຊຳລະເງິນ.
ທ່ານຈະບໍ່ໄດ້ຮັບ “ດາວ” ສໍາລັບການຊື້ ດ້ວຍບັນຊີ Starbucks® Rewards ທີ່ລົງທະບຽນ ໃນຮ້ານ ສະຕາບັກຊ໌ ນອກ ສປປ ລາວ.
ທ່ານຈະໄດ້ຮັບດາວ ຕາມມູນຄ່າການຊື້ ຂອງ ທ່ານໃນອັດຕາໜຶ່ງ (1) ດາວ ສຳລັບ ທຸກໆ 12,000 ກີບ (ສິບສອງພັນກີບ) ທີ່ໃຊ້ຈ່າຍເມື່ອທ່ານສະແກນລະຫັດ ຄິວອາ (QR) ສະມາຊິກຂອງທ່ານໃນໜ້າເວບໄຊ ສໍາລັບ ສະມາຊິກ ໂຄງການ Starbucks® Rewards ຕາມການພິຈາລະນາແຕ່ພຽງຜູ້ດຽວ ຂອງ ສະຕາບັກຊ໌, ທ່ານອາດຈະໄດ້ຮັບດາວ ແລະ ໄດ້ຮັບລາງວັນ ເປັນຈຳນວນເສດສ່ວນຂຶ້ນກັບມູນຄ່າການຊື້ຂອງທ່ານທີ່ຈ່າຍເຕັມເທົ່ານັ້ນ.
ໂດຍປົກກະຕິແລ້ວ, ດາວ ສຳລັບການຊື້ທີ່ມີສິດ ຈາກຮ້ານ ສະຕາບັກຊ໌ ທີ່ເຂົ້າຮ່ວມ ຈະຖືກເພີ່ມເຂົ້າໃນບັນຊີຂອງທ່ານໂດຍອັດຕະໂນມັດຢ່າງໄວທີ່ສຸດ ຫຼັງຈາກ ທຸລະກຳ ສຳເລັດ ຫຼື ພາຍໃນ ປະມານ ສີ່ສິບແປດ (48) ຊົ່ວໂມງ. ໃນແຕ່ລະໄລຍະ, ພວກເຮົາ ຫຼື ຜູ້ອື່ນທີ່ປະຕິບັດ ຕາມການອະນຸຍາດຂອງພວກເຮົາ ອາດຈະສະເໜີໂປຣໂມຊັ່ນພິເສດໃຫ້ທ່ານຜ່ານທາງ SMS, ອີເມວ ຫຼື ທາງເອເລັກໂຕຣນິກອື່ນໆ, ລວມທັງແຕ່ບໍ່ຈຳກັດພຽງແຕ່ ຂໍ້ສະເໜີ ສຳລັບ “ດາວໂປຣໂມຊັ່ນ”. ດາວໂປຣໂມຊັ່ນ ເຊັ່ນ: ດາວ “ໂບນັດ” ຈະມອບໃຫ້ຕາມທີ່ໄດ້ອະທິບາຍໄວ້ໃນຂໍ້ສະເໜີໂປຣໂມຊັ່ນທີ່ກ່ຽວຂ້ອງ ແລະ ຈະຂຶ້ນກັບເງື່ອນໄຂເພີ່ມເຕີມທີ່ກຳນົດໄວ້ໃນຂໍ້ສະເໜີໂປຣໂມຊັ່ນນັ້ນໆ.
- ຜົນປະໂຫຍດຂອງໂຄງການ Starbucks® Rewards
ໃນຖານະສະມາຊິກຂອງ ໂຄງການ Starbucks® Rewards, ທ່ານອາດຈະມີສິດໄດ້ຮັບຜົນປະໂຫຍດຕໍ່ໄປນີ້:
-
- ສ່ວນຫຼຸດ 50% ສຳລັບ ການຊື້ອາຫານ ແລະ ເຄື່ອງດື່ມ handcrafted beverage ຄັ້ງທໍາອິດ ພາຍໃນສາມສິບ (30) ວັນ ຫຼັງຈາກ ລົງທະບຽນ.
- ສ່ວນຫຼຸດ 25% ສຳລັບ ອາຫານ ແລະ ເຄື່ອງດື່ມ handcrafted beverage ສໍາລັບ ການສັ່ງຊື້ຄັ້ງທີສອງ ພາຍໃນສາມສິບ (30) ວັນຫຼັງ ຈາກລົງທະບຽນ.
- ເຄັກວັນເກີດຈາກ ສະຕາບັກຊ໌ ໃນເດືອນເກີດ ຂອງ ທ່ານເມື່ອທ່ານຊື້ເຄື່ອງດື່ມໃດໜຶ່ງ.
- ລາງວັນຫຼາຍລະດັບ:
- 50 ດາວ ສຳລັບ ເພີ່ມຂະໜາດ ເຄື່ອງດື່ມຟຣີ (ມີໃຫ້ເລືອກສະເພາະ ຂະໜາດໃຫຍ່ (Tall) ແລະ ຂະໜາດກາງ (Grande))
- 100 ດາວ ສຳລັບ ເຄື່ອງດື່ມຂະໜາດ ກາງ (Grande) ຟຣີ ໜຶ່ງ (1) ຈອກ
- 150 ດາວ ສໍາລັບ ສ່ວນຫຼຸດ 150,000 ກີບ ສໍາລັບ ຜະລິດຕະພັນຕ່າງໆ (ເຊັ່ນ ເມັດກາເຟ, ສິນຄ້າ ແລະ ອາຫານແພັກ)
ກະລຸນາຮັບຊາບວ່າ ດາວທີ່ສະສົມໄວ້ໃນ ໂຄງການ Starbucks® Rewards ຈະນໍາໃຊ້ໄດ້ໃນ ສິບສອງ (12) ເດືອນ ເທົ່ານັ້ນ ນັບຈາກວັນທີ່ໄດ້ຮັບ ດາວ ດັ່ງກ່າວ. ເຖິງຢ່າງໃດກໍຕາມ, ລາງວັນທີ່ທ່ານໄດ້ສະສົມ ແຕ່ຍັງບໍ່ທັນໄດ້ໃຊ້ ແລະ ຍັງບໍ່ໝົດອາຍຸຈະຍັງຄົງຢູ່ໃນບັນຊີຂອງທ່ານ ແລະ ທ່ານສາມາດແລກຂອງລາງວັນດັ່ງກ່າວໄດ້ຕາມເງື່ອນໄຂທີ່ກຳນົດໄວ້ໃນເອກະສານນີ້.
ທ່ານສາມາດເບິ່ງ ຫຼື ຕິດຕາມຍອດ ດາວ ແລະ ລາງວັນທີ່ມີຢູ່ຂອງທ່ານທາງອອນລາຍ ໂດຍການເຂົ້າສູ່ລະບົບບັນຊີຂອງທ່ານ ທີ່ rewards.starbucks.la. ສະຕາບັກຊ໌ ສະຫງວນສິດໃນການປ່ຽນແປງຜົນປະໂຫຍດ ແລະ ຂອງລາງວັນ ຕາມການພິຈາລະນາຕົນເອງແຕ່ພຽງຜູ້ດຽວໃນເວລາໃດກໍໄດ້.
ທ່ານມີຄວາມຮັບຜິດຊອບໃນການອັບເດດ ບັນຊີ Starbucks® Rewards ຂອງທ່ານ ແລະ ຮັບປະກັນວ່າ ຂໍ້ມູນທັງໝົດທີ່ທ່ານໃຫ້ໄວ້ ໃນບັນຊີຂອງທ່ານແມ່ນຖືກຕ້ອງ ແລະ ອັບເດດ ຢູ່ສະເໝີ, ລວມທັງອີເມວ ແລະ ທີ່ຢູ່ໄປສະນີຂອງທ່ານທີ່ www.starbucks.la. ຖ້າຫາກ ຂໍ້ມູນໃດໜຶ່ງ ທີ່ທ່ານໄດ້ໃຫ້ໄວ້ ບໍ່ຖືກຕ້ອງ ຫຼື ບໍ່ອັບເດດ, ທ່ານອາດຈະບໍ່ໄດ້ຮັບຂໍ້ສະເໜີພິເສດ ແລະ/ຫຼື ການເຊື້ອເຊີນ. ທ່ານສາມາດເບິ່ງ ແລະ ຕິດຕາມຂໍ້ສະເໜີ ແລະ/ຫຼື ການເຊື້ອເຊີນທີ່ມີຢູ່ຂອງທ່ານໃນບັນຊີ Starbucks® Rewards ຂອງທ່ານ.
- ອື່ນໆ
8.1 ບໍ່ມີຄ່າທຳນຽມ ການເປັນສະມາຊິກ ທີ່ກ່ຽວຂ້ອງກັບ ໂຄງການ Starbucks® Rewards. ດາວທີ່ສະສົມໄດ້ ພາຍໃຕ້ ໂຄງການ Starbucks® Rewards ບໍ່ສາມາດແລກເປັນເງິນສົດໄດ້.
8.2 ສະຕາບັກຊ໌ ອາດຈະນໍາສະເໜີ ໂຄງການສົ່ງເສີມການຂາຍທີ່ກ່ຽວຂ້ອງກັບ ໂຄງການ Starbucks® Rewards ໂດຍທີ່ເງື່ອນໄຂການນຳໃຊ້ນີ້ ອາດຈະແຕກຕ່າງກັນໄປຕາມຄວາມເໝາະສົມກັບໂຄງການດັ່ງກ່າວ.
8.3 ດາວ, ລາງວັນ ແລະ ບັນຊີຂອງທ່ານພາຍໃຕ້ ໂຄງການ Starbucks® Rewards ແມ່ນເປັນຂອງທ່ານ ສ່ວນຕົວ ແລະ ບໍ່ສາມາດຂາຍ, ໂອນ ຫຼື ມອບໃຫ້, ຫຼື ແບ່ງປັນກັບຄອບຄົວ, ໝູ່ເພື່ອນ ຫຼື ຜູ້ອື່ນ, ຫຼື ບໍ່ໃຫ້ທ່ານນຳໃຊ້ ເພື່ອຈຸດປະສົງທາງການຄ້າ. ທ່ານ ສາມາດ ມີບັນຊີແລກຂອງລາງວັນ ກັບ ສະຕາບັກຊ໌ ໄດ້ພຽງ ໜຶ່ງ (1) ບັນຊີເທົ່ານັ້ນ ທີ່ເປັນຂອງທ່ານ ສ່ວນຕົວ.
8.4 ໂດຍບໍ່ຕ້ອງແຈ້ງໃຫ້ຊາບ ແລະ ຕາມການພິຈາລະນາຂອງຕົນເອງແຕ່ພຽງຜູ້ດຽວ, ສະຕາບັກຊ໌ ສະຫງວນສິດໃນການ “ຍົກເລີກການລົງທະບຽນ” ບັນຊີແລກຂອງລາງວັນກັບສະຕາບັກຊ໌ ຂອງທ່ານ. ໃນກໍລະນີທີ່ບັນຊີ Starbucks® Rewards ຂອງທ່ານຖືກຍົກເລີກ ການລົງທະບຽນ ຫຼື ບໍ່ມີການເຄື່ອນໄຫວ, ດາວທີ່ສະສົມທັງໝົດໃນບັນຊີຂອງທ່ານຈະຖືກຍົກເລີກເຊັ່ນກັນ.
8.5 ໂດຍບໍ່ຕ້ອງແຈ້ງໃຫ້ຊາບ ແລະ ຕາມການພິຈາລະນາຂອງຕົນເອງແຕ່ພຽງຜູ້ດຽວ, ສະຕາບັກຊ໌ ສະຫງວນສິດໃນການໂຈະ ແລະ/ຫຼື ຍົກເລີກບັນຊີແລກຂອງລາງວັນ ກັບ ສະຕາບັກຊ໌ ຂອງທ່ານ ແລະ/ຫຼື ການເຂົ້າຮ່ວມຂອງທ່ານໃນໂຄງການ Starbucks® Rewards ຖ້າຫາກ ສະຕາບັກຊ໌ ເຫັນວ່າ ທ່ານໄດ້ລະເມີດເງື່ອນໄຂການນໍາໃຊ້ນີ້ ຫຼື ທ່ານມີ ບັນຊີ Starbucks® Rewards ຫຼາຍກວ່າ ໜຶ່ງ (1) ບັນຊີ ຫຼື ການນຳໃຊ້ບັນຊີ Starbucks® Rewards ຂອງທ່ານບໍ່ໄດ້ຮັບອະນຸຍາດ, ຫຼອກລວງ, ສໍ້ໂກງ ຫຼື ຜິດກົດໝາຍ. ຕາມການພິຈາລະນາຂອງຕົນເອງແຕ່ພຽງຜູ້ດຽວ, ສະຕາບັກຊ໌ ສາມາດ ໂຈະ, ຍົກເລີກ ຫຼື ຄວບລວມບັນຊີທີ່ເບິ່ງຄືວ່າຊໍ້າກັນ. ໃນກໍລະນີທີ່ການເຂົ້າຮ່ວມຂອງທ່ານໃນໂຄງການ Starbucks® Rewards ຖືກຍົກເລີກ, ດາວທີ່ສະສົມທັງໝົດໃນບັນຊີຂອງທ່ານຈະຖືກຍົກເລີກເຊັ່ນກັນ.
- ການລຶບບັນຊີ Starbucks® Rewards
ທ່ານອາດຈະຮ້ອງຂໍໃຫ້ລຶບບັນຊີ Starbucks® Rewards ຂອງທ່ານໄດ້ທຸກເວລາໂດຍຕິດຕໍ່ຫາ ສາຍດ່ວນດູແລລູກຄ້າຂອງພວກເຮົາ: +856 20 5724 1552 ກະລຸນາຮັບຊາບວ່າ (ກ) ການຮ້ອງຂໍໃຫ້ລຶບບັນຊີທັງໝົດແມ່ນສິ້ນສຸດ ແລະ ບໍ່ສາມາດຍົກເລີກໄດ້ເມື່ອດຳເນີນການແລ້ວ; ແລະ (ຂ) ເມື່ອລຶບບັນຊີຂອງທ່ານແລ້ວ, ຂໍ້ມູນ ແລະ ຜົນປະໂຫຍດທັງໝົດທີ່ກ່ຽວຂ້ອງກັບບັນຊີທີ່ຖືກລຶບຂອງທ່ານຈະບໍ່ສາມາດເຂົ້າເຖິງ ຫຼື ກູ້ຄືນໄດ້, ລວມທັງປະຫວັດບັນຊີ, ດາວ ແລະ ຜົນປະໂຫຍດລາງວັນອື່ນໆຂອງທ່ານ.
- ການຮຽກຮ້ອງ ແລະ ຂໍ້ຂັດແຍ່ງ
10.1 ການຮຽກຮ້ອງ ຫຼື ຂໍ້ຂັດແຍ່ງທັງໝົດທີ່ເກີດຂຶ້ນຈາກ ຫຼື ກ່ຽວຂ້ອງກັບເງື່ອນໄຂການນຳໃຊ້ນີ້ ຫຼື ໂຄງການStarbucks® Rewards ຈະຖືກສົ່ງຕໍ່ ແລະ ແກ້ໄຂໃຫ້ເປັນທີ່ສິ້ນສຸດ ໂດຍສູນແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມກົດລະບຽບການຕັດສິນດ້ວຍຄະນະກໍາມະການຕັດສິນ ຂອງສູນດັ່ງກ່າວ ທີ່ມີຜົນບັງຄັບໃຊ້ໃນເວລານັ້ນ, ເຊິ່ງກົດລະບຽບດັ່ງກ່າວຖືວ່າປະກອບເປັນການອ້າງອີງໃນຂໍ້ນີ້. ສະຖານທີ່ດໍາເນີນການຕັດສິນ ແມ່ນ ນະຄອນຫຼວງວຽງຈັນ, ສປປ ລາວ. ກໍາມະການຕັດສິນ ປະກອບດ້ວຍ ຜູ້ຕັດສິນ ໜຶ່ງ (1) ທ່ານ. ພາສາທີ່ໃຊ້ໃນການຕັດສິນແມ່ນ ພາສາອັງກິດ.
10.2 ຄຳຕັດສິນ ຂອງ ຜູ້ຕັດສິນ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ ທີ່ໄດ້ເຮັດຂຶ້ນ, ແລະ ບັນດາຝ່າຍຕ່າງໆ ໄດ້ສະຫຼະສິດ ໃນການສົ່ງຕໍ່ ປະເດັນທາງກົດໝາຍ ແລະ ສິດໃນການອຸທອນກ່ຽວກັບ ກົດໝາຍ ແລະ/ຫຼື ເນື້ອໃນປະເດັນຂັດແຍ່ງຕໍ່ສານ. ຄຳຕັດສິນຂອງຜູ້ຕັດສິນ ອາດຈະຖືກ ສົ່ງຕໍ່ໄປຍັງສານ ທີ່ມີອຳນາດໃນການຕັດສິນ.
ບ່ອນຕິດຕໍ່
ຖ້າຫາກ ທ່ານມີຄຳຖາມ ທີ່ກ່ຽວຂ້ອງກັບ ໂຄງການ Starbucks® Rewards, ກະລຸນາຕິດຕໍ່: ບໍລິສັດ ຄອບຟີ້ ຄອນເຊັບສ໌ (ລາວ) ຈໍາກັດຜູ້ດຽວ
ພາກຊັນ ລາວ, ເລກທີ 011, ຖະໜົນ ຄູວຽງ, ບ້ານ ໜອງຈັນ,
ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ
ສູນດູແລລູກຄ້າ ເພື່ອແລກຂອງລາງວັນກັບ ສະຕາບັກຊ໌: 020 5724 1552