
The Starbucks Roast™ Spectrum
ໃນຫຼາຍປີຂອງການສຸມໃສ່ ແລະ ຄວາມຊຳນິຊຳນານຈົນນຳໄປສູ່ Starbucks Roast Spectrum. ເມັດກາເຟແຕ່ລະຊະນິດຕ້ອງການຄວາມສົມດຸນຂອງອຸນຫະພູມ ແລະ ໄລຍະເວລາໃນການຂົ້ວທີ່ແຕກຕ່າງກັນ ເພື່ອໃຫ້ໄດ້ກິ່ນຫອມ, ຄວາມສົ້ມສົດຊື່ນ, ເນື້ອສຳຜັດ ແລະ ລົດຊາດທີ່ເປັນເອກະລັກສະເພາະໂຕ. ສະຕາບັກຊ໌ ໄດ້ແຍກປະເພດການຂົ້ວອອກເປັນສາມລະດັບຄື Starbucks® Blonde Roast, ຂົ້ວປານກາງ ແລະ ຂົ້ວເຂັ້ມ. ເຊິ່ງການແຍກລະດັບນີ້ ຈະຊ່ອຍໃຫ້ທ່ານຊອກຫາລົດຊາດ ແລະ ລະດັບການຂົ້ວທີ່ທ່ານມັກໄດ້ງ່າຍຂຶ້ນ.

Blonde Roast Coffees
ກາເຟ Starbucks® Blonde Roast ເປັນການຂົ້ວທີ່ໃຊ້ເວລາທີ່ສັ້ນລົງ ເພື່ອໃຫ້ໄດ້ລົດຊາດທີ່ອ່ອນໂຍນ ແລະ ຜ່ອນຄາຍ, ພ້ອມກິ່ນຫອມລະມຸນຂອງກິ່ນຂົ້ວຈາງໆ.

ກາເຟຂົ້ວປານກາງ
ໃຫ້ລົດຊາດລະມຸນ ແລະ ສົມດຸນ. ການຂົ້ວກາເຟລະດັບກາງນີ້ ເຫມາະສຳລັບການດື່ມໃນທຸກໆການພັກຜ່ອນ.

ກາເຟຂົ້ວເຂັ້ມ
ໃຫ້ເນື້ອສຳຜັດທີ່ແຫນ້ນມີນ້ຳຫນັກ ແລະ ລົດຊາດທີ່ເຂັ້ມຂຸ້ນ ຕາມເອກະລັກສະເພາະຂອງການຂົ້ວລະດັບເຂັ້ມ.