ສູນສ້າງອາຊີບ

ສູນສ້າງອາຊີບ

ມາຮ່ວມເປັນສະຕາບັກຊ໌ພາທເນີ

ຄວາມສຳເລັດຂອງເຮົາ ແມ່ນຂຶ້ນກັບຄວາມສຳເລັດຂອງພາທເນີພວກເຮົາ. ຄວາມສາມາດທີ່ຈະບັນລຸເປົ້າຫມາຍທີ່ເຮົາໄດ້ຕັ້ງໄວ້ນັ້ນ ແມ່ນຂຶ້ນກັບຄົນທີ່ເຮັດວຽກໃຫ້ກັບເຮົາເປັນຫຼັກ. ເມື່ອທ່ານໄດ້ເຮັດວຽກຮ່ວມກັບ ສະຕາບັກຊ໌, ທ່ານຈະເປັນຫລາຍກວ່າພະນັກງານ, ເຮົາເອີ້ນພະນັກງານຂອງເຮົາວ່າ ພາທເນີ ເພາະສິ່ງທີ່ທ່ານໄດ້ເຮັດຖືເປັນສ່ວນຮ່ວມໃນຄວາມສຳເລັດ ແລະ ເປັນຜົນງານຮ່ວມກັນຂອງອົງກອນພວກເຮົາ.

ພວກເຮົາຄົ້ນຫາຄົນທີ່ມີຄວາມສາມາດໃນການປັບຕົວ, ມີຄວາມກະຕືລືລົ້ນ, ມີຄວາມຄິດສ້າງສັນ ແລະ ສາມາດເຮັດວຽກເປັນທີມໄດ້. ຖ້າທ່ານຄິດວ່າມັນກົງກັບໂຕທ່ານເລີຍ, ເປັນຫຍັງຈຶ່ງບໍ່ລອງນຳເອົາຄວາມສາມາດ ແລະ ທັກສະຂອງທ່ານ ມາໃຊ້ໃນສະຕາບັກຊ໌ເບິ່ງ? ເພາະຕອນນີ້ອົງກອນເຮົາກຳລັງຂະຫຍາຍໂຕໃນຫລາກຫລາຍຮູບແບບ ແລະ ເຮົາໃຫ້ໂອກາດທ່ານໄດ້ພັດທະນາທັກສະ, ກ້າວຫນ້າໃນສາຍອາຊີບ ແລະ ບັນລຸເປົ້າຫມາຍທີ່ທ່ານຕັ້ງໄວ້.

ສະຕາບັກຊ໌ ໄດ້ຖືກຳເນີດຂຶ້ນຢູ່ເມືອງຊີແອທເທິລ (Seattle) ສະຫະລັດອາເມລິກາ ໃນປີ 1971. ນັບຕັ້ງແຕ່ການກໍ່ຕັ້ງ ກາເຟນານາຊາດສະຕາບັກຊ໌ (Starbucks Coffee International) ແລະຂະຫຍາຍທຸລະກິດໄປຫຼາຍໆປະເທດ, ໃນປັດຈຸບັນ ສະຕາບັກຊ໌ ມີຮ້ານກາເຟຫລາຍກວ່າ 22,500 ແຫ່ງໃນທົ່ວໂລກ. ສະຕາບັກຊ໌ ໃຫ້ຄວາມສຳຄັນກັບພະນັກງານຂອງພວກເຮົາໃນຮູບແບບ ພາທເນີ ແລະ ໃນຖານະທີມງານທີ່ມີສ່ວນຮ່ວມໃນການສະໜັບສະໜູນຄວາມສຳເລັດ ແລະ ການເຕີບໂຕຢ່າງຕໍ່ເນື່ອງຂອງທຸລະກິດເຮົາ. ພາລະກິດຂອງພວກເຮົາແມ່ນເປັນແຮງບັນດານໃຈ ແລະ ຫລໍ່ຫລອມຈິດວິນຍານຂອງມວນມະນຸດ - ຄັ້ງລະຄົນ, ຄັ້ງລະຈອກ ແລະ ຄັ້ງລະຊຸມຊົນ.

ຢູ່ໃນສະຕາບັກຊ໌ ພວກເຮົາຍອມຮັບໃນຄວາມຫຼາກຫຼາຍ ເພື່ອສ້າງບ່ອນເຮັດວຽກ ທີ່ເຮົາທຸກຄົນສາມາດເປັນໂຕຂອງຕົນເອງໄດ້, ເຮົາປະຕິບັດຕໍ່ກັນດ້ວຍຄວາມເຄົາລົບ ແລະ ໃຫ້ກຽດກັນສະເໝີ. ຖ້າທ່ານກຳລັງຊອກຫາວຽກທີ່ທ້າທາຍ, ທ່ານອາດຕ້ອງລອງເຮັດວຽກກັບສະຕາບັກຊ໌. ເພາະສິ່ງທີ່ເຮົາເຮັດບໍ່ໄດ້ເປັນພຽງແຕ່ວຽກ ແຕ່ເປັນສິ່ງທີ່ເຮົາເຮັດດ້ວຍໃຈຮັກ

ພະນັກງານສາຂາ

ພະນັກງານສຳນັກງານໃຫຍ່

ການຮຽນຮູ້ແລະການພັດທະນາ

ຕຳແຫນ່ງວຽກໃນປັດຈຸບັນ

Scroll To Top