ການກະກຽມກາເຟ FAQs

ວິທີທີ່ດີທີສຸດໃນການເກັບຮັກສາກາເຟແມ່ນແບບໃດ? ມັນຈະຮັກສາຄວາມສົດໃຫມ່ໄດ້ດົນປານໃດ?

ກາເຟທີ່ໄດ້ຜ່ານການຂົ້ວແລ້ວ ຈະຄ່ອຍໆເສຍລົດຊາດເມື່ອສຳຜັດກັບອາກາດ ແລະ ຄວາມຊຸ່ມ. ພວກເຮົາຂໍແນະນຳໃຫ້ທ່ານເກັບໄວ້ບ່ອນທີ່ເຢັນແລະແຫ້ງ, ຢູ່ໃນບ່ອນທີ່ມືດ ແລະ ບົດເມື່ອຕ້ອງການຈະນຳໄປຊົງ.​ ກາເຟໃນຖົງ FlavorLock™ ທີ່ບໍ່ໄດ້ເປີດຈະຮັກສາຄວາມສົດໄດ້ເປັນເວລາຫຼາຍເດືອນ.

ຖົງ FlavorLock™ ແມ່ນຫຍັງ?

ເຕັກໂນໂລຊີທີ່ເປັນເອກະລັກແບບ FlavorLock™ ຂອງພວກເຮົາ ນຳໃຊ້ຄຸນສົມບັດພິເສດຂອງຖົງບັນຈຸທີ່ມີວາວເປີດປິດດ້ານດຽວ ເພື່ອຊ່ອຍໃຫ້ປ່ອຍກາສຄາບອນໄດອັອກໄຊຈາກເມັດກາເຟ ແລະ ດ້ວຍຖົງທີ່ປິດແຫນ້ນນີ້ ຈະເຮັດໃຫ້ອົກຊີເຈນບໍ່ສາມາດເຂົ້າໄປທຳລາຍລົດຊາດກາເຟໄດ້. ກາເຟສະຕາບັກຊ໌ ຖືກປິດດ້ວຍຖົງສູນຍາກາດ FlavourLock™ ຫຼັງຈາກທີ່ຜ່ານການຂົ້ວເຖິງສອງຊົ່ວໂມງ ເພື່ອຮັກສາຄວາມສົດຂອງເມັດກາເຟໄວ້ຈົນກວ່າຈະເປີດນຳໃຊ້.

ຂ້ອຍຄວນໃຊ້ການບົດແບບໃດ?

ຖ້າຢາກໄດ້ກາເຟທີ່ມີລົດຊາດສົດໃໝ່ທີ່ສຸດ, ພວກເຮົາມັກຈະແນະນຳໃຫ້ທ່ານ ໃຊ້ເມັດກາເຟສົດ ເພື່ອບົດກາເຟໃຫມ່ທຸກໆຄັ້ງທີ່ຈະຊົງກາເຟ ຫລື ຖ້າທ່ານຕ້ອງການໃຫ້ເຮົາຊ່ອຍ, ທ່ານສາມາດນຳເອົາເມັດກາເຟຂອງທ່ານ ໄປຮ້ານກາເຟສາຂາທີ່ໃກ້ບ້ານທ່ານ ແລ້ວຂໍໃຫ້ຮ້ານຊ່ອຍບົດກາເຟໃຫ້ທ່ານດ້ວຍເຄື່ອງບົດສຸດແສນພິເສດໄດ້

ການເຮັດກາເຟດ້ວຍ Drip maker ຈະໄດ້ປະສິດທິພາບສູງສຸດເມື່ອໃຊ້ ກາເຟບົດໃນລະດັບທີ່ເຫມາະສົມກັບການຊົງແຕ່ແບບເຊັ່ນ ຜ່ານແນວກອງແບບກົ້ນແບນ ຫຼື ແບບຈວຍ. ຮ້ານສະຕາບັກຊ໌ ທຸກໆບ່ອນສາມາດບົດກາເຟໃຫ້ທ່ານໄດ້ກົງຕາມຄວາມຕ້ອງການ. ເຄື່ອງເຮັດເອສເປສໂຊ ຈະມີຄວາມໄວໃນການບົດ ແລະ ມີໃບມີດທີ່ສາມາດບົດໄດ້ໃນລະດັບທີ່ລະອຽດຫລາຍ ໂດຍໃຊ້ເວລາພຽງ 30-35 ວິນາທີເທົ່ານັ້ນ. ຊັອດກາເຟທີ່ໄດ້ຈະຊ້າ ແລະ ໄວນັ້ນ ແມ່ນຂຶ້ນກັບຄວາມລະອຽດຂອງກາເຟວ່າ ບົດລະອຽດຫລາຍເກີນໄປ ຫລື ຫຍາບຈົນເກີນໄປ ຫລື ຈາກເມັດກາເຟທີ່ແຊ່ເຢັນຈົນແຂງ ຫລື ຈາກການກົດກາເຟແຮງເກີນໄປຫຼືເບົາເກີນໄປຫລືບໍ່.

Scroll To Top