ຄວາມແຕກຕ່າງທີ່ຫຼາກຫຼາຍໃນສະຕາບັກຊ໌

ນອກເໜືອຈາກກາເຟທີ່ບໍ່ທຳມະດາແລ້ວ ສະຕາບັກຊ໌ ຍັງສ້າງທຸລະກິດຂຶ້ນມາຈາກການມີປະຕິສຳພັນຕໍ່ເພື່ອນມະນຸດ, ການມີສ່ວນຮ່ວມກັບຊຸມຊົນ ແລະ ການຍອມຮັບຄວາມແຕກຕ່າງທາງດ້ານວັດທະນະທຳ.

ພວກເຮົາມຸ່ງໝັ້ນທີ່ຈະສົ່ງເສີມວັດທະນະທໍາທີ່ມີຄຸນຄ່າ ແລະ ເຄົາລົບຕໍ່ຄວາມແຕກຕ່າງທີ່ຫຼາກຫຼາຍ. ສະນັ້ນ, ຈຶ່ງຫຼີກເວັ້ນບໍ່ໄດ້ທີ່ ຫລັກປະຕິບັດຕໍ່ຄວາມແຕກຕ່າງທີ່ຫລາກຫລາຍ ຈະກາຍເປັນສ່ວນປະກອບທີ່ສຳຄັນກັບທຸກສິ່ງທີ່ພວກເຮົາເຮັດ.

ສະຕາບັກຊ໌ ໄດ້ກໍານົດຄວາມໝາຍຂອງຄວາມແຕກຕ່າງທີ່ຫລາກຫລາຍໄວ້ດັ່ງນີ້:
ຄວາມແຕກຕ່າງທີ່ຫລາກຫລາຍ = ການລວມ + ຄວາມທຽບເທົ່າ + ໂອກາດໃນການເຂົ້າເຖິງ

ການລວມ: ການມີສ່ວນຮ່ວມ ແລະ ມີປະຕິສຳພັນຕໍ່ເພື່ອນມະນຸດ.
ຄວາມທຽບເທົ່າ: ຄວາມເປັນທຳ ແລະ ຄວາມຍຸຕິທຳ.
ໂອກາດໃນການເຂົ້າເຖິງ: ຄວາມສະດວກໃນການໃຊ້ງານ ແລະ ປາສະຈາກອຸປະສັກ.

ຍຸດທະສາດຂອງຄວາມແຕກຕ່າງຫລາກຫລາຍລະດັບຂອງ ບໍລິສັດພວກເຮົາແມ່ນເນັ້ນໃສ່ສີ່ດ້ານທີ່ສໍາຄັນດັ່ງນີ້: ພາທເນີ, ລູກຄ້າ, ຜູ້ສະໜອງ ແລະ ຊຸມຊົນ.

  • ພາທເນີ (ພະນັກງານຂອງເຮົາ) - ເຮົາໄດ້ຊອກຫາ ແລະ ວ່າຈ້າງ ພາທເນີທີ່ມີຄວາມແຕກຕ່າງຫລາກຫລາຍເຊັ່ນດຽວກັນກັບຊຸມຊົນທີ່ເຮົາໃຫ້ບໍລິການ. ໂດຍເນັ້ນທີ່ການພັດທະນາໂດຍໃຫ້ຄວາມຮູ້ ແລະ ຄວາມສຳພັນທີ່ດີຕໍ່ພາທເນີ.
  • ລູກຄ້າ - ພວກເຮົາມອບປະສົບການຕາມແບບສະບັບຂອງສະຕາບັກຊ໌ໃຫ້ກັບລູກຄ້າທຸກຄົນ ໂດຍສັງເກດແລະບໍລິການຕາມຄວາມມັກ ແລະ ຄວາມຕ້ອງການຂອງລູກຄ້າ. ພວກເຮົາຕ້ອງການໃຫ້ລູກຄ້າໄດ້ຮັບປະສົບການດີທີ່ສຸດ ໂດຍການສື່ສານກັບພວກເຂົາດ້ວຍຄວາມເຂົ້າໃຈກັບຄວາມແຕກຕ່າງທາງດ້ານວັດທະນະທຳ.
  • ຜູ້ສະໜອງ - ພວກເຮົາເປັນບໍລິສັດທີ່ໄດ້ຮັບຄວາມໜ້າເຊື່ອຖື ແລະ ຜູ້ສະຫນອງຫລາຍທ່ານຍິນດີທີ່ຈະຮ່ວມວຽກກັບເຮົາ. ຜ່ານໂຄງການສົ່ງເສີມໃຫ້ມີຄວາມຫຼາກຫຼາຍຂອງຜູ້ສະຫນອງ ເຮົາກໍ່ໄດ້ພະຍາຍາມເພີ່ມຜູ້ສະໜອງທີ່ເປັນກຸ່ມຄົນທ້ອງຖິ່ນ ແລະ ເຈົ້າຂອງທີ່ເປັນຜູ້ຍິງຫລາຍຂຶ້ນ.

ສະຕາບັກຊ໌ ມຸ່ງຫມັ້ນທີ່ຈະສ້າງບ່ອນເຮັດວຽກທີ່ໃຫ້ຄຸນຄ່າແລະເຄົາລົບຕໍ່ຄົນທີ່ມາຈາກພື້ນຖານແຕກຕ່າງກັນ ແລະ ດຶງຄວາມ​ສາມາດ​ຂອງ​ພະນັກງານ​ອອກມາຢ່າງເຕັມປະສິດທິພາບ. ພວກເຮົາຊື່ນຊົມໃນຄວາມສາມາດ, ປະສົບການ ແລະ ທັດສະນະທີ່ເປັນເອກະລັກຂອງພາທເນີແຕ່ລະຄົນ ທີ່ຊ່ອຍໃຫ້ສະຕາບັກຊ໌ປະສົບຄວາມສຳເລັດໄດ້.

ພວກເຮົາຄາດຫວັງໃຫ້ພາທເນີປະຕິບັດຕໍ່ລູກຄ້າຄືກັບຍາດພີ່ນ້ອງ, ມີຄວາມອົດທົນ ແລະ ເຂົ້າໃຈລູກຄ້າ. ເພາະນັ້ນຈະເຮັດໃຫ້ຮ້ານຂອງເຮົາເປັນທີ່ຕ້ອນຮັບຂອງທຸກຄົນ.

Scroll To Top