Starbucks® Rewards FAQs

ຄຳຖາມທີ່ຖືກຖາມເລື້ອຍໆ ກ່ຽວກັບ Starbucks® Rewards

ພາກທີ 1: ຄຳຖາມ ກ່ຽວກັບ ບັດສະຕາບັກຊ໌

  1. ທ່ານມີບັດສະຕາບັກຊ໌ ບໍ່?

 ບໍ່, ໃນເວລານີ້ ພວກເຮົາບໍ່ໄດ້ມີບັດສະຕາບັກຊ໌.

  1. ຂ້ອຍສາມາດໃຊ້ ບັດ ສະຕາບັກຊ໌ ທີ່ອອກໃນປະເທດອື່ນຢູ່ຮ້ານ ສະຕາບັກຊ໌ ໃນ ປະເທດລາວໄດ້ບໍ່?

 ບໍ່, ບັດ ສະຕາບັກຊ໌ ທີ່ອອກໃຫ້ ໃນປະເທດອື່ນບໍ່ສາມາດໃຊ້ໃນຮ້ານ ສະຕາບັກຊ໌ ໃນປະເທດ ລາວ ໄດ້.

ພາກທີ 2: ຄຳຖາມກ່ຽວກັບໂຄງການ Starbucks® Rewards  

  1. ຂ້ອຍຈະເຂົ້າຮ່ວມໂຄງການ Starbucks® Rewards ໄດ້ແນວໃດ?

ທ່ານສາມາດລົງທະບຽນໃນໂຄງການ Starbucks® Rewards ແລະ ເລີ່ມສະສົມດາວໄດ້ໂດຍການເຂົ້າໄປໃນເວບໄຊ: rewards.starbucks.la ແລະ ປະຕິບັດຕາມ ຄຳແນະນຳ ເພື່ອສ້າງບັນຊີ Starbucks® Rewards ກັບສະຕາບັກຊ໌, ເຊິ່ງມາພ້ອມກັບລະຫັດ ຄິວອາ (QR).

  1. ຂ້ອຍ ສາມາດມີບັນຊີ Starbucks® Rewards ໄດ້ຈັກບັນຊີ?

ທ່ານ ສາມາດມີບັນຊີ Starbucks® Rewards ໄດ້ພຽງແຕ່ ໜຶ່ງ (1) ບັນຊີເທົ່ານັ້ນ. ຖ້າຫາກທ່ານມີ ບັນຊີ Starbucks® Rewards ຫຼາຍກວ່າ ໜຶ່ງ (1) ບັນຊີ, ສະຕາບັກຊ໌ ອາດຈະພິຈາລະນາຕາມຄໍາເຫັນຂອງຕົນແຕ່ພຽງຜູ້ດຽວ ວ່າທ່ານ ໄດ້ລະເມີດເງື່ອນໄຂການນຳໃຊ້ນີ້. ໃນກໍລະນີທີ່ການເຂົ້າຮ່ວມໂຄງການ Starbucks® Rewards  ຂອງທ່ານຖືກຍົກເລີກ, ດາວທັງໝົດ ທີ່ສະສົມໄວ້ໃນບັນຊີຂອງທ່ານກໍຈະຖືກຍົກເລີກ ເຊັ່ນກັນ.

   3. ໂຄງການ Starbucks® Rewards ເຮັດວຽກແນວໃດ?

ທຸລະກຳ ທີ່ຈ່າຍ ໃນຮູບແບບການຈ່າຍເງິນຕ່າງໆ (ເງິນສົດ, ບັດເຄດິດ, ບັດເດບິດ, ຄິວອາ ຫຼື ກະເປົາເງິນດິຈິຕອນ) ສາມາດໄດ້ຮັບ ດາວໄດ້ ເຊິ່ງຈະເພີ່ມເຂົ້າໃນບັນຊີ Starbucks® Rewards  ຂອງທ່ານ.

ຜົນປະໂຫຍດທີ່ມີໃຫ້ທ່ານ ຜ່ານ ໂຄງການ Starbucks® Rewards  ແມ່ນຂຶ້ນກັບ ຈຳນວນ “ດາວ” ທີ່ທ່ານໄດ້ຮັບ. ທ່ານສາມາດໄດ້ຮັບ ດາວ ໂດຍການຊື້ເຄື່ອງຢູ່ ຮ້ານ ສະຕາບັກຊ໌ ທີ່ເຂົ້າຮ່ວມໃນປະເທດລາວ ແລະ ສະແດງ ລະຫັດ ຄິວອາ (QR) ສະມາຊິກ Starbucks® Rewards ຂອງ ທ່ານ ໃຫ້ແກ່ ບາຣິສຕ້າ ເມື່ອຈ່າຍເງິນ.

ທ່ານຈະໄດ້ຮັບ ດາວ ຕາມມູນຄ່າການຊື້ຂອງທ່ານໃນອັດຕາ ໜຶ່ງ (1) ດາວ ຕໍ່ 12,000 ກີບ (ສິບສອງພັນກີບ) ທີ່ໃຊ້ຈ່າຍເມື່ອ ທ່ານສະແກນ ລະຫັດຄິວອາ (QR) ສະມາຊິກ ຂອງ ທ່ານໃນໜ້າເວັບໄຊສໍາລັບ ສະມາຊິກ Starbucks® Rewards. ດາວຈະຖືກປັດລົງເປັນຕົວເລກທີ່ໃກ້ຄຽງທີ່ສຸດກັບຈໍານວນຖ້ວນ. ຕົວຢ່າງ: ຖ້າຫາກ ທ່ານ ຈ່າຍ 25,000 ກີບ, ທ່ານຈະເຫັນ ສອງ (2) ດາວ ທີ່ມີຢູ່ໃນບັນຊີຂອງທ່ານ ສຳລັບ ທຸລະກຳນັ້ນ.

ໃນຖານະທີ່ເປັນສະມາຊິກ Starbucks® Rewards, ທ່ານອາດຈະມີສິດໄດ້ຮັບຜົນປະໂຫຍດດັ່ງລຸ່ມນີ້:

  • ສ່ວນຫຼຸດ 50% ສຳລັບ ການຊື້ຄັ້ງທຳອິດ ພາຍໃນ ສາມສິບ (30) ວັນ ຫຼັງຈາກ ລົງທະບຽນ.
  • ສ່ວນຫຼຸດ 25% ສຳລັບ ບິນທັງໝົດ ສໍາລັບ ການຊື້ ຄັ້ງທີສອງ ພາຍໃນສາມສິບ (30) ວັນຫຼັງຈາກລົງທະບຽນ.
  • ເຄັກວັນເກີດຈາກ ສະຕາບັກຊ໌ ໃນເດືອນເກີດ ຂອງ ທ່ານເມື່ອທ່ານຊື້ເຄື່ອງດື່ມໃດໜຶ່ງ.
  • ລາງວັນຫຼາຍລະດັບ:
    • 50 ດາວ ສຳລັບ ການເພີ່ມຂະໜາດ ເຄື່ອງດື່ມຟຣີ
    • 100 ດາວ ສຳລັບ ເຄື່ອງດື່ມຂະໜາດ ກາງ (Grande) ຟຣີ ໜຶ່ງ (1) ຈອກ
    • 150 ດາວ ສຳລັບ ສ່ວນຫຼຸດ 150,000 ກີບ ສຳລັບ ຜະລິດຕະພັນຕ່າງໆ (ເຊັ່ນ ເມັດກາເຟ, ສິນຄ້າ ແລະ ອາຫານແພັກ)
  1. ດາວແມ່ນຫຍັງ ແລະ ຂ້ອຍຈະໄດ້ດາວມາໄດ້ ແນວໃດ?

ທ່ານຈະໄດ້ຮັບດາວ ແລະ ຮັບຜົນປະໂຫຍດ ພາຍໃນ ຮ້ານ ໂດຍການຈ່າຍເງິນເຕັມຈຳນວນ ສຳລັບ ທຸລະ ກຳນັ້ນໆ ດ້ວຍຮູບແບບການຈ່າຍເງິນໃດໜຶ່ງ ແລະ ທີ່ຮ້ານສະຕາບັກຊ໌ ທີ່ເຂົ້າຮ່ວມໃນປະເທດລາວ ແລະ ສະແດງລະຫັດຄິວອາ (QR) ສະມາຊິກ Starbucks® Rewards ຂອງທ່ານໃຫ້ແກ່ ບາຣິສຕ້າ ເມື່ອຈ່າຍເງິນ. ທ່ານສາມາດຕິດຕາມຍອດ ດາວ ແລະ ລາງວັນທີ່ມີຢູ່ຂອງທ່ານ ທາງອອນລາຍ ໂດຍການເຂົ້າສູ່ ບັນຊີຂອງທ່ານໄດ້ທີ່ rewards.starbucks.la

ທ່ານຈະບໍ່ໄດ້ຮັບ“ດາວ” ສໍາລັບການຊື້ ດ້ວຍບັນຊີ Starbucks® Rewards ທີ່ລົງທະບຽນ ໃນຮ້ານ ສະຕາບັກຊ໌ ນອກ ສປປ ລາວ.

  1. ຈະໄດ້ຮັບດາວໄດ້ແນວໃດ?

ໜຶ່ງ ດາວ ຈະໄດ້ຮັບ ສຳລັບທຸກໆ 12,000 ກີບ ທີ່ໃຊ້ຈ່າຍຈາກບັນຊີ Starbucks® Rewards ທີ່ລົງທະບຽນຂອງທ່ານຢູ່ຮ້ານ ສະຕາບັກຊ໌ ທີ່ເຂົ້າຮ່ວມໃນປະເທດລາວ. ທ່ານ ສາມາດໄດ້ຮັບດາວ ໂດຍ ການຊື້ເຄື່ອງພາຍໃນຮ້ານເທົ່ານັ້ນ ແລະ ບໍ່ລວມການຊື້ ໂດຍການຈັດສົ່ງ.

  1. ດາວຂອງຂ້ອຍໝົດອາຍຸບໍ່?

ແມ່ນແລ້ວ, ດາວທີ່ສະສົມໄວ້ໃນບັນຊີ Starbucks® Rewards ແມ່ນມີອາຍຸສິບສອງ (12) ເດືອນ ນັບຈາກວັນທີ່ໄດ້ຮັບ. ເຖິງຢ່າງໃດກໍຕາມ, ລາງວັນທີ່ບໍ່ໄດ້ໃຊ້ຈະໝົດອາຍຸໂດຍອີງຕາມວັນໝົດອາຍຸທີ່ລະບຸໄວ້ໃນບັດລາງວັນນັ້ນໆ.

  1. ຂ້ອຍຈະແລກຂອງລາງວັນໄດ້ແນວໃດ?

ໃນການ ແລກລາງວັນຂອງທ່ານ ແມ່ນ ໃຫ້ແຈ້ງບາຣິສຕ້າ ຢູ່ໃນຮ້ານ ສະຕາບັກຊ໌ ທີ່ເຂົ້າຮ່ວມໃນປະເທດລາວ ແລະ ສະແດງລະຫັດຄິວອາ (QR) ການເປັນສະມາຊິກ Starbucks® Rewards. ທ່ານຕ້ອງຈ່າຍເງິນເຕັມຈໍານວນ ສຳລັບ ທຸລະກຳນັ້ນໆ (ຍົກເວັ້ນເມື່ອແລກລາງວັນຟຣີ). ເພື່ອຮັບ ຫຼື ແລກລາງວັນ, ທ່ານຕ້ອງສະແດງລະຫັດ  ຄິວອາ (QR) ການເປັນ Starbucks® Rewards ຂອງທ່ານໃຫ້ບາຣິສຕ້າ ໃນເວລາຈ່າຍເງິນ.

ໝາຍເຫດ: ຂອງລາງວັນທີ່ແຕກຕ່າງກັນ ແມ່ນມີວັນໝົດອາຍຸສະເພາະ. ດາວທີ່ສາມາດແລກໄດ້ ຈະໝົດອາຍຸໃນວັນຄົບຮອບຂອງທ່ານ, ໃນຂະນະທີ່ລາງວັນອື່ນໆໝົດອາຍຸໂດຍອີງຕາມເງື່ອນໄຂຂອງໂປຣໂມຊັ່ນນັ້ນໆ. ທ່ານສາມາດຕິດຕາມລາງວັນຂອງທ່ານໄດ້ທີ່ rewards.starbucks.la ກະລຸນາໃຫ້ແນ່ໃຈວ່າ ທ່ານໄດ້ແລກລາງວັນຂອງທ່ານກ່ອນທີ່ຈະໝົດອາຍຸ.

  1. ມີຄ່າທຳນຽມໃນການເຂົ້າຮ່ວມ Starbucks® Rewards ບໍ່?

ບໍ່ມີຄ່າທຳນຽມ ສະມາຊິກທີ່ກ່ຽວຂ້ອງກັບໂຄງການ Starbucks® Rewards.

  1. ຂ້ອຍສາມາດເບິ່ງລາຍການ ລາງວັນ ຂອງ ຂ້ອຍໄດ້ບໍ່?

ທ່ານ ສາມາດ ເບິ່ງລາຍການຂອງລາງວັນ ຂອງ ທ່ານໄດ້ ໂດຍການເຂົ້າສູ່ລະບົບບັນຊີ ຂອງທ່ານ ໄດ້ທີ່ rewards.starbucks.la

  1. ຈະເປັນແນວໃດຖ້າຫາກ ຍອດດາວ ຂອງ ຂ້ອຍ ບໍ່ຖືກຕ້ອງ? ຂ້ອຍຕ້ອງຕິດຕໍ່ໃຜ?

ພວກເຮົາ ພະຍາຍາມຮັບປະກັນວ່າ ບັນຊີຂອງທ່ານເປັນໄປຕາມ ການຊື້ຂອງທ່ານຢ່າງຖືກຕ້ອງ. ຖ້າຫາກ ຈຳນວນດາວທັງໝົດ ເຫັນວ່າບໍ່ຖືກຕ້ອງ, ກະລຸນາຕິດຕໍ່ຫາສາຍດ່ວນບໍລິການລູກຄ້າຂອງພວກເຮົາ: +856 20 5724 1552

ໃຫ້ແນ່ໃຈວ່າ ທ່ານມີເບີໂທລະສັບ ສໍາລັບ ການເປັນສະມາຊິກ Starbucks® Rewards ທີ່ສາມາດຕິດຕໍ່ໄດ້ ເພື່ອຈຸດປະສົງການກວດສອບ. ກະລຸນາຮັບຊາບວ່າ ການຈັດສັນລາຍລະອຽດຂອງດາວ ແລະ ປະຫວັດການເຮັດທຸລະກຳ ຈະຖືກອັບເດດທຸກໆ 48 ຊົ່ວໂມງ.

  1. ຂ້ອຍສາມາດໂອນການເປັນ ສະມາຊິກ Starbucks® Rewards ໃຫ້ຄົນອື່ນໄດ້ບໍ່?

ບໍ່ໄດ້, ການເປັນສະມາຊິກ ບໍ່ສາມາດໂອນໄດ້ ແລະ ບໍ່ສາມາດແບ່ງປັນໃຫ້ ກັບສະມາຊິກໃນຄອບຄົວ, ໝູ່ເພື່ອນ ຫຼື ຄົນອື່ນໆ.

  1. ຂ້ອຍສາມາດແລກດາວຂອງຂ້ອຍເພື່ອຮັບລາງວັນໃນປະເທດອື່ນໄດ້ບໍ່?

ດາວຂອງທ່ານສາມາດແລກຮັບຂອງລາງວັນໄດ້ທີ່ ຮ້ານສະຕາບັກຊ໌ ທີ່ເຂົ້າຮ່ວມໃນປະເທດລາວເທົ່ານັ້ນ.

  1. ຂ້ອຍສາມາດໄດ້ຮັບເຄື່ອງດື່ມ ແລະ ເຄັກທີ່ຂ້ອຍຕ້ອງການ ເມື່ອຂ້ອຍແລກລາງວັນສໍາລັບ ວັນເກີດຂອງຂ້ອຍໄດ້ບໍ່? ລວມມີຫຍັງແດ່?

ສະແດງລະຫັດ ຄິວອາ (QR) ສະມາຊິກ Starbucks® Rewards ທີ່ລົງທະບຽນຂອງທ່ານ ເພື່ອແລກຂອງລາງວັນ ວັນເກີດຟຣີ ຂອງທ່ານໄດ້ທີ່ ຮ້ານ ສະຕາບັກຊ໌ ທີ່ເຂົ້າຮ່ວມໃນປະເທດລາວກ່ອນທີ່ລາງວັນຈະໝົດອາຍຸ. ລາງວັນ ສໍາລັບ ວັນເກີດ ມັກຈະຖືກໂຫລດໃນມື້ທຳອິດຂອງ ເດືອນວັນເກີດຂອງທ່ານ ແລະ ໝົດອາຍຸໃນ 30 ວັນ. ລາງວັນ ສໍາລັບ ວັນເກີດຂອງທ່ານ ມີເຄັກ ໜຶ່ງ (i) ປ່ຽງ (ລົດຊາດໃດກໍໄດ້, ລວມທັງລົດຊາດຕາມລະດູການ). ເຖິງຢ່າງໃດກໍຕາມ, ທ່ານຕ້ອງຊື້ເຄື່ອງດື່ມ handcrafted beverage ເມື່ອແລກລາງວັນ ສໍາລັບ ວັນເກີດຂອງທ່ານ.

  1. ຂ້ອຍສາມາດແລກຂອງລາງວັນຟຣີຂອງຂ້ອຍທີ່ຮ້ານໃດກໍໄດ້ບໍ່?

ແມ່ນແລ້ວ, ທ່ານສາມາດແລກຂອງລາງວັນຟຣີ ທີ່ຮ້ານ ສະຕາບັກຊ໌ ໃດກໍໄດ້ໃນປະເທດລາວ.

  1. ຂ້ອຍ ສາມາດເຫັນດາວທີ່ຂ້ອຍໄດ້ຮັບຫຼັງຈາກ ນໍາໃຊ້ບັນຊີ Starbucks® Rewards ຂອງຂ້ອຍໄດ້ໄວເທົ່າໃດ?

ດາວທີ່ໄດ້ຮັບຈາກການນໍາໃຊ້ບັນຊີ Starbucks® Rewards ຂອງທ່ານອາດຈະໃຊ້ເວລາເຖິງ 24 ຊົ່ວໂມງເພື່ອສະແດງໃຫ້ເຫັນ ໃນບັນຊີຂອງທ່ານ.

  1. ສະຕາບັກຊ໌ ຈັດການຂໍ້ມູນສ່ວນຕົວແນວໃດ?

ກະລຸນາອ່ານນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ ສຳລັບ ລາຍລະອຽດຕ່າງໆ.

  1. ເປັນຫຍັງຂອງລາງວັນ ແລະ ດາວໃນປະເທດລາວຈຶ່ງແຕກຕ່າງຈາກປະເທດອື່ນໆ?

ດາວ ແລະ ຂອງລາງວັນຈາກ Starbucks® Rewards ແຕກຕ່າງກັນໄປຕາມແຕ່ລະປະເທດ. ເພື່ອເຂົ້າຮ່ວມ Starbucks® Rewards ໃນປະເທດລາວ, ໃຫ້ເຂົ້າເບິ່ງເວບໄຊ: rewards.starbucks.la ແລະ ປະຕິບັດຕາມ ຄຳແນະນຳ ເພື່ອສ້າງບັນຊີ Starbucks® Rewards.

  1. ພາສາລາວມີຢູ່ໃນ ໜ້າເວັບໄຊ ການເປັນສະມາຊິກ Starbucks® Rewards ບໍ່?

ບໍ່, ປະຈຸບັນມີພຽງແຕ່ພາສາອັງກິດເທົ່ານັ້ນທີ່ມີຢູ່ໃນໜ້າເວັບໄຊ ການເປັນສະມາຊິກ Starbucks® Rewards

  1. ຂ້ອຍຄວນເຮັດແນວໃດຖ້າຫາກ ຂ້ອຍລືມລະຫັດຜ່ານບັນຊີແລກຂອງ Starbucks® Rewards ຂອງຂ້ອຍ?

ກະລຸນາປະຕິບັດຕາມ ຄຳແນະນຳ ໃນໜ້າເວັບໄຊ ສໍາລັບ ສະມາຊິກ Starbucks® Rewards.

Scroll To Top