ການຮຽນຮູ້ ແລະ ການພັດທະນາ

ການຮຽນຮູ້ ແລະ ການພັດທະນາ

ແຜນການເຝິກອົບຮົບພື້ນຖານສຳລັບບາຣີສຕາ

ແຜນການເຝິກອົບຮົບຂັ້ນພື້ນຖານສຳລັບບາຣີສຕາ ເປັນການເຝິກອົບຮົບເບື້ອງຕົ້ນ ສຳລັບບາຣີສຕາມືໃຫມ່ທີ່ຫາກໍ່ໄດ້ຮັບການຖືກຈ້າງ, ເຊິ່ງຈະອົບຮົມກ່ຽວກັບທັກສະ ແລະ ຄວາມຮູ້ທີ່ຈຳເປັນຕໍ່ບົດບາດການເປັນບາຣີສຕາຂອງສະຕາບັກຊ໌. ຜ່ານອຸປະກອນ, ເຄື່ອງມືທີ່ໃຊ້ງານງ່າຍ ແລະ ທັກສະທີ່ຈະໄດ້ຮັບຈາກການສອນແບບໂຕຕໍ່ໂຕ ແລະ ໃນຊ່ວງທົດລອງວຽກອີກດ້ວຍ. ຖືໄດ້ວ່າເປັນປະສົບການການຮຽນຮູ້ ທີ່ມີປະສິດທິພາບສູງ ສຳລັບນັກບາຣີສຕາມືໃໝ່ ທີ່ຈະຊ່ອຍເພີ່ມຄວາມໝັ້ນໃຈ ແລະ ຄວາມສາມາດໃນການບໍລິການລູກຄ້າໄດ້ຢ່າງວ່ອງໄວ.

ແຜນການເຝິກອົບຮົບຫົວຫນ້າພະນັກງານຮ້ານ

ແຜນການເຝິກອົບຮົມຫົວໜ້າພະນັກງານຮ້ານ ແມ່ນເນັ້ນໃສ່ພື້ນຖານຂອງການບໍລິຫານຈັດການຄົນ, ການ​ເຝິກ​ອົບ​ຮົມໃຫ້ພາທເນີ​ທີ່ມາໃໝ່, ທັກສະ​ໃນ​ການ​ເປັນຫົວຫນ້າງານ​, ການບໍລິຫານວຽກປະຈຳວັນ​, ຄວາມ​ຮັບ​ຜິດ​ຊອບ​ໃນການບໍລິຫານ​ເງິນ​ສົດ​, ການຮັບປະກັນໃນການສົ່ງມອບປະສົບການຂອງສະຕາບັກຊ໌ ແລະ ອື່ນໆ. ແຜນການເຝິກອົບຮົມນີ້ຍັງລວມເຖິງການເຝິກອົບຮົມກ່ຽວກັບ ຄວາມຮັບຜິດຊອບຂອງຫົວຫນ້າພະນັກງານຮ້ານ ແລະ ຫນ້າທີ່ເພີ່ມຕື່ມໃນການຊ່ອຍຜູ້ຈັດການ ໃນການບໍລິຫານຮ້ານໃຫ້ມີປະສິດທິພາບ. ແຜນເຝິກອົບຮົມນີ້ ແມ່ນໄດ້ໃຊ້ວິທີເຝິກຢູ່ຫ້ອງຮຽນ ແລະ ເຝິກຢູ່ໃນຮ້ານ.

ແຜນການເຝິກອົບຮົມ ການຈັດການຮ້ານ (ຜູ້ຊ່ອຍຜູ້ຈັດການ ຫລື ສູງກວ່າ)

ແຜນການເຝິກອົບຮົມຜູ້ຈັດການຮ້ານ ປະກອບມີເນື້ອຫາກ່ຽວກັບ ແບບຢ່າງການບໍລິຫານຈັດການຢ່າງມີປະສິດທິພາບ ແລະ ລວມເຖິງຫົວຂໍ້ກ່ຽວກັບການສ້າງແຮງຈູງໃຈ, ການມອບໝາຍວຽກ, ການແກ້ໄຂບັນຫາ, ການປັບປຸງປະສິດທິພາບ, ການບໍລິຫານຈັດການປະສົບການຂອງສະຕາບັກຊ໌ ແລະ ການເພີ່ມກຳໄລ. ແຜນເຝິກອົບຮົມນີ້ ແມ່ນໄດ້ໃຊ້ວິທີເຝິກຢູ່ຫ້ອງຮຽນ, ເຝິກຢູ່ໃນຮ້ານ ແລະ ໃນແອບພຣິເຄຊັນ.

ແຜນການເຝິກອົບຮົມຜູ້ຈັດການປະຈຳເຂດ

ແຜນການເຝິກອົບຮົມຜູ້ຈັດການປະຈຳເຂດ ​ເປັນ​ໂຄງການເຝິກອົບຮົມ​ພື້ນຖານທີ່ກະກຽມໃຫ້ຜູ້ຈັດການຄົນໃໝ່ປະສົບ​ຜົນສຳ​ເລັດ​ຕາມ​ໜ້າ​ທີ່. ແຜນການເຝິກອົບຮົມນີ້ ມີໄລຍະເວລາ 15 ອາທິດ, ເປັນການອົບຮົມແບບອອນລາຍ, ເຝິກອົບຮົມໃນຮ້ານ ແລະ ແບບໂຕຕໍ່ໂຕ.

Scroll To Top