ພະນັກງານສາຂາ

ໜ້າທີ່ ແລະ ຄວາມຮັບຜິດຊອບຂອງບາຣີສຕາ

  • ສົ່ງຕໍ່ປະສົບການສະຕາບັກຊ໌ໃຫ້ແກ່ລູກຄ້າ, ສົ່ງເສີມວັດທະນະທຳການດື່ມກາເຟ ພ້ອມໃຫ້ບໍລິການເຄື່ອງດື່ມ ແລະ ຜະລິດຕະພັນສິນຄ້າທີ່ມີຄຸນະພາບໄດ້ຢ່າງວ່ອງໄວ.
  • ໃຫ້ບໍລິການທີ່ຫນ້າຈົດຈໍາກັບລູກຄ້າ
  • ຮັກສາສະພາບແວດລ້ອມທີ່ສະອາດ ແລະ ສະດວກສະບາຍ
  • ເປັນແບບຢ່າງທີ່ດີ ແລະ ປະພຶດຕົນຕາມຫລັກການດຳເນີນງານຂອງສະຕາບັກຊ໌

ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຫົວຫນ້າພະນັກງານຮ້ານ

  • ສົ່ງເສີມວັດທະນະທຳການດື່ມກາເຟ ໃຫ້ບໍລິການເຄື່ອງດື່ມ ແລະ ຜະລິດຕະພັນສິນຄ້າທີ່ມີຄຸນະພາບ ໄດ້ຢ່າງວ່ອງໄວ.
  • ໃຫ້ຄໍາປຶກສາ ແລະ ຄຳແນະນຳຜູ້ຈັດການຮ້ານໃນການດຳເນີນງານໃນຊ່ວງເຮັດວຽກ
  • ການມອບໝາຍວຽກ ແລະ ບໍລິຫານຈັດການພາທເນີໃນຊ່ວງກະວຽກທີ່ຕົນຮັບຜິດຊອບ ເພື່ອສ້າງປະສົບການຂອງສະຕາບັກຊ໌
  • ເປັນແບບຢ່າງທີ່ດີ ແລະ ປະພຶດຕົນຕາມຫລັກການດຳເນີນງານຂອງສະຕາບັກຊ໌

ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຜູ້ຊ່ອຍຜູ້ຈັດການຮ້ານ

  • ສົ່ງເສີມວັດທະນະທຳການດື່ມກາເຟ ໃຫ້ບໍລິການເຄື່ອງດື່ມ ແລະ ຜະລິດຕະພັນສິນຄ້າທີ່ມີຄຸນະພາບ ໄດ້ຢ່າງວ່ອງໄວ.
  • ຊ່ອຍເຫຼືອຜູ້ຈັດການຮ້ານໃນການດຳເນີນງານ ແລະ ພັດທະນາບຸກຄະລາກອນ.
  • ໃຫ້ຄໍາປຶກສາ ແລະຄຳແນະນຳທີມງານເພື່ອສົ່ງຕໍ່ປະສົບການສະຕາບັກຊ໌ໃຫ້ແກ່ລູກຄ້າ ແລະເພື່ອນຮ່ວມງານ
  • ເປັນແບບຢ່າງທີ່ດີ ແລະ ປະພຶດຕົນຕາມຫລັກການດຳເນີນງານຂອງສະຕາບັກຊ໌

ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຜູ້ຈັດການ

  • ເປັນຜູ້ນຳທີມພາທເນີໃນການສ້າງ ແລະ ຮັກສາປະສົບການສະຕາບັກຊ໌ ໃຫ້ແກ່ລູກຄ້າ ແລະ ພາທເນີຂອງເຮົາ ຄຽງຄູ່ກັບການສົ່ງເສີມວັດທະນະທຳການດື່ມກາເຟ
  • ຮັບຜິດຊອບໃນການພັດທະນາພະນັກງານ ແລະ ຮັກສາຜົນການດຳເນີນງານທາງການເງິນຂອງຮ້ານ
  • ເປັນແບບຢ່າງທີ່ດີ ແລະ ປະພຶດຕົນຕາມຫລັກການດຳເນີນງານຂອງສະຕາບັກຊ໌

ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຜູ້ຈັດການປະຈຳເຂດ

  • ນຳພາຮ້ານທີ່ຢູ່ໃນເຂດທີ່ຖືກມອບໝາຍ ເພື່ອເສີມສ້າງ ແລະ ຮັກສາປະສົບການຂອງສະຕາບັກຊ໌ໃຫ້ກັບລູກຄ້າ ແລະ ພາທເນີ ຄຽງຄູ່ກັບການສົ່ງເສີມວັດທະນະທຳການດື່ມກາເຟ
  • ຮັບຜິດຊອບໃນການພັດທະນາພະນັກງານ ແລະ ຮັກສາຜົນການດຳເນີນງານທາງການເງິນ ພາຍໃນຂອບເຂດພື້ນທີ່ທີ່ຮັບຜິດຊອບ
  • ເປັນແບບຢ່າງທີ່ດີ ແລະ ປະພຶດຕົນຕາມຫລັກການດຳເນີນງານຂອງສະຕາບັກຊ໌

ຄົ້ນຫາ ຕຳແຫນ່ງວຽກຫລ້າສຸດ

Scroll To Top