ການຊີ້ແຈງຄວາມເປັນສ່ວນໂຕ

ນະໂຍບາຍສ່ວນໂຕ
ອັບເດດລ່າສຸດ: 12 ມິຖຸນາ 2024
ການຊີ້ແຈງຄວາມເປັນສ່ວນໂຕ - ລາວ
ນະໂຍບາຍສ່ວນໂຕ - ອັງກິດ

ນະໂຍບາຍຄວາມເປັນສ່ວນຕົວ Starbucks ນີ້ (“ນະໂຍບາຍ”) ກໍານົດວິທີການທີ່ ບໍລິສັດ ຄອບຟີ້ ຄອນເຊັບສ໌ (ລາວ) ຈໍາກັດຜູ້ດຽວ, ເຊິ່ງເປັນບໍລິສັດທີ່ໄດ້ຮັບອະນຸຍາດຂອງ Starbucks ໃນ ສປປ ລາວ (ຕໍ່ໄປນີ້ເອີ້ນວ່າ “Starbucks”) ນໍາໃຊ້ ແລະ ເປີດເຜີຍຂໍ້ມູນສ່ວນບຸກຄົນຂອງລູກຄ້າ ທີ່ຖືກເກັບກໍາຜ່ານເວັບໄຊທ໌ຂອງພວກເຮົາ ລວມທັງ Starbucks.la ແລະ ເວັບໄຊທ໌ທີ່ເປັນເຈົ້າຂອງ ຫຼື ດໍາເນີນການໂດຍ Starbucks ທີ່ເຊື່ອມໂຍງສູ່ນະໂຍບາຍນີ້ (ໂດຍເອີ້ນຮ່ວມກັນວ່າ “ເວັບໄຊທ໌”) ຜ່ານໂປຣແກຣມຂອງພວກເຮົາ ແລະ ຮ້ານຄ້າ Starbucks (“ການບໍລິການ”). ນະໂຍບາຍນີ້ບໍ່ນໍາໃຊ້ກັບເວັບໄຊທ໌ ແລະ ການບໍລິການທີ່ສະແດງ ຫຼື ເຊື່ອມໂຍງໄປຫາຖະແຫຼງການຄວາມເປັນສ່ວນຕົວທີ່ແຕກຕ່າງກັນ. ເວັບໄຊທ໌ ແລະ ການບໍລິການທີ່ໄດ້ຮ່ວມຍີ່ຫໍ້ (co-brand) ກັບຮຸ້ນສ່ວນອື່ນໆ ອາດຈະສະແດງ ຫຼື ເຊື່ອມໂຍງໄປຫາຖະແຫຼງການຄວາມເປັນສ່ວນຕົວຮ່ວມກັນ ຫຼື ຖະແຫຼງການຄວາມເປັນສ່ວນຕົວແຍກກັນກັບຮຸ້ນສ່ວນຂອງພວກເຮົາ ນອກຈາກນະໂຍບາຍຂອງພວກເຮົາ.
ໂດຍການເຂົ້າເຖິງເວັບໄຊທ໌ ຫຼື ການນໍາໃຊ້ການບໍລິການ, ລວມທັງການປະຕິບັດຕາມຄໍາແນະນໍາ ການເລືອກທີ່ຈະເຂົ້າຮ່ວມ (opt-in) ໂດຍທາງອີເມວ, ທ່ານຍິນຍອມໃນການເກັບກໍາ, ນໍາໃຊ້, ເປີດເຜີຍ, ໂອນ, ແລະ/ຫຼື ເຂົ້າເຖິງຂໍ້ມູນຂອງທ່ານ, ລວມທັງຂໍ້ມູນສ່ວນບຸກຄົນຂອງທ່ານ, ຂໍ້ມູນໃດໜຶ່ງຂອງຄົນອື່ນທີ່ທ່ານສະໜອງໃຫ້, ໃນລັກສະນະທີ່ໄດ້ອະທິບາຍໄວ້ໃນນະໂຍບາຍນີ້ (“ການຍິນຍອມ”). ໂດຍບໍ່ມີການຈໍາກັດລັກສະນະທົ່ວໄປຂອງສິ່ງທີ່ກ່າວມາ, ການຍິນຍອມດັ່ງກ່າວ ລວມທັງ ການອະນຸຍາດໃຫ້ Starbucks ສົ່ງຂໍ້ມູນຂອງທ່ານອອກນອກ ສປປ ລາວ ໃນລັກສະນະ ແລະ ຈຸດປະສົງທີ່ໄດ້ອະທິບາຍໄວ້ໃນນະໂຍບາຍນີ້.

ສະຕາບັກຊ໌ ເກັບກຳຂໍ້ມູນແບບໃດ?

ຂໍ້ມູນສ່ວນຕົວທີ່ສະຕາບັກຊ໌ ອາດເກັບກຳລວມມີ:

  • ຊື່, ທີ່ຢູ່ໄປສະນີ, ເບີໂທລະສັບ ແລະ ອີເມວ.
  • ຂໍ້ມູນບັນຊີການເງິນ, ໝາຍເຖິງ ເລກບັດເຄດິດ ແລະ ຂໍ້ມູນການຈ່າຍເງິນ.

ເຮົາອາດເກັບກຳຂໍ້ມູນກ່ຽວກັບທ່ານເຊັ່ນ:

  • ຖ້າວ່າທ່ານສ້າງບັນຊີ-ຊື່, ຢູເຊີ, ລະຫັດ, ອີເມວ, ວັນ ເດືອນ ປີເກີດ, ສະຖານະ, ທີ່ຢູ່ ປັດຈຸບັນ ແລະ ເບີໂທລະສັບ.
  • ຖ້າທ່ານຊື້ສິນຄ້າຂອງເຮົາຜ່ານຮ້ານ ຫຼື ໂປຣແກຣມ ຫຼື ຊ່ອງທາງອື່ນໆ-ສິ່ງທີ່ທ່ານຊື້, ສະຖານທີ່ຊື້, ຊື້ຫຼາຍປານໃດ, ລາງວັນທີໄດ້ຮັບ ແລະ ລາງວັນທີ່ທ່ານແລກປ່ຽນ.
  • ຖ້າທ່ານລົງທະບຽນບັດ ສະຕາບັກຊ໌ - ເລກບັດ, ການເຮັດທຸລະກຳຂອງບັດ, ລວມເຖິງ ການເປີດໃຊ້ງານຂອງບັດ, ການໂຫຼດມູນຄ່າໃສ່ບັດ, ການແລກປ່ຽນມູນຄ່າ, ການໂອນຍອດເງິນ ແລະ ການສອບຖາມຍອດເງິນ.
  • ຖ້າທ່ານໃຊ້ ແອັບພິຣເຄຊັນ ຂອງເຮົາ-ຂໍ້ມູນເຊັ່ນ ID, ຕຳແໜ່ງ, ຮ້ານໃກ້ຄຽງ ແລະ ຮ້ານທີ່ທ່ານເຂົ້າເບິ່ງຈະຖືກເກັບກຳໄວ້
  • ຖ້າທ່ານເຮັດແບບສຳຫຼວດ ຫຼື ຕອບໂຕ້ດ້ວຍຮູບແບບອື່ນທີ່ຫຼາກຫຼາຍ-ຂໍ້ມູນປະຊາກອນ, ຄຳຕຳນິຕິຊົມ, ຄຳຖາມ ຫຼື ຄວາມຄິດເຫັນ, ແລະ ຂໍ້ມູນກ່ຽວກັບຫົວຂໍ້ທີ່ທ່ານອາດຈະສົນໃຈ

ຮ້ານສະຕາບັກຊ໌ສ ໃນ ລາວ ໄດ້ເຝົ້າຕິດຕາມດ້ວຍກ້ອງວົງຈອງປິດ ເຊິ່ງໄດ້ບັນທຶກພາບຖ່າຍ ແລະ ວິດີໂອ ທັງພາຍໃນຮ້ານ ແລະ ອ້ອມຂ້າງຮ້ານ.

ການເກັບຂໍ້ມູນອັດຕະໂນມັດ ແມ່ນຜ່ານ Cookies ແລະ Web Beacons.

ພວກເຮົາອາດຈະເກັບກໍາຂໍ້ມູນການນໍາໃຊ້ອອນລາຍ ໂດຍອັດຕະໂນມັດ ໃນເວລາທີ່ທ່ານເຂົ້າໄປ ເວັບໄຊ ຫຼື ໃຊ້ບໍລິການຂອງພວກເຮົາ. ຂໍ້ມູນນີ້ອາດລວມເຖິງ ຂໍ້ມູນກ່ຽວກັບຜູ້ໃຫ້ບໍລິການ ອິນເຕີເນັດ ຂອງທ່ານ, ລະບົບປະຕິບັດການ, ປະເພດຂອງບາວເຊີ (Browser), ຊື່ຂອງໂດເມນ (Domain), ທີ່ຢູ່ ໂປຣໂຕຄໍອິນເຕີເນັດ (IP), ເວລາເຂົ້າເຖິງ, ເວັບໄຊ ທີ່ອ້າງເຖິງພວກເຮົາ, ໜ້າເວັບທີ່ທ່ານຮ້ອງຂໍ ແລະ ວັນເວລາຂອງການຮ້ອງຂໍ. ການເກັບກໍາຂໍ້ມູນການນໍາໃຊ້ອອນລາຍຂອງເຮົາ ອາດກ່ຽວຂ້ອງກັບການນຳໃຊ້ cookies ແລະ Web beacons. Cookies ແມ່ນໄຟລ໌ຂໍ້ມູນຂະໜາດນ້ອຍ ທີ່ເກັບໄວ້ໃນຮາດໄດຣໂດຍ ເວັບໄຊ. ໃນ​ບັນ​ດາ​ສິ່ງ​ອື່ນ cookies ຊ່ອຍພວກເຮົາປັບປຸງ ເວັບໄຊ ແລະ ປະສົບການທ່ານ. ເຮົາໃຊ້ cookies ເພື່ອເບິ່ງວ່າ ພື້ນທີ່ ແລະ ຄຸນສົມບັດໃດ ເປັນທີ່ນິຍົມ ແລະ ນັບການເຂົ້າເບິ່ງ ເວັບໄຊ. ເວັບ beacons ເປັນພາບ ອີເລັກໂທຣນິກ ທີ່ອາດຈະຖືກນໍາໃຊ້ຢູ່ໃນ ເວັບໄຊ ຫຼື ໃນອີເມວຂອງພວກເຮົາ. ເຮົາ​ນໍາ​ໃຊ້ Web beacons ເພື່ອ​ສົ່ງ​ໃຫ້ cookies, ນັບການເຂົ້າຊົມ, ເຂົ້າໃຈການໃຊ້ງານ ແລະ ປະສິດທິພາບຂອງແຄມແປນ (Campaign) ແລະ ເພື່ອບອກໄດ້ວ່າ ອີເມວ ໄດ້ຖືກເປີດ ແລະໄດ້ດຳເນີນການແລ້ວ ຫຼື ບໍ່. ພວກເຮົາອາດຈະໃຊ້ Local Shared Objects (Flash cookies).

ຖ້າຕ້ອງການລະບຸ Local Shared Objects ແລະ ປັບການຕັ້ງຄ່າໃຫ້ເຂົ້າໄປທີ່: Macromedia Settings Manager
ສະຕາບັກຊ໌ (Starbucks) ອາດເກັບກຳຂໍ້ມູນແບບລວມ ຫຼື ຂໍ້ມູນ ທີ່ບໍ່ເປີດເຜີຍຕົວຕົນ ເຊິ່ງບໍ່ໄດ້ລະບຸເຖິງຕົວເຈົ້າໂດຍກົງ
ເຮົາອາດຈະລວມຂໍ້ມູນກ່ຽວກັບທ່ານ ເຂົ້າກັບຂໍ້ມູນທີ່ໄດ້ຈາກບຸກຄົນທີ່ສາມ.

ສະຕາບັກຊ໌ ໃຊ້ຂໍ້ມູນກ່ຽວກັບທ່ານແນວໃດ?

ສະຕາບັກຊ໌ ອາດໃຊ້ຂໍ້ມູນກ່ຽວກັບທ່ານ ເພື່ອວັດຖຸປະສົງທີ່ອະທິບາຍໄວ້ໃນນະໂຍບາຍນີ້ ຫຼື ເປີດເຜີຍໃຫ້ທ່ານເຫັນຢູ່ໃນເວັບໄຊ ຫຼື ການບໍລິການຂອງພວກເຮົາ ຕົວຢ່າງ ເຊັ່ນ: ເຮົາອາດຈະ ໃຊ້ຂໍ້ມູນກ່ຽວກັບທ່ານ:

  • ເພື່ອປະມວນຜົນ ແລະ ຈັດການຊື້, ການໃຊ້ຜະລິດຕະພັນ ແລະ ການບໍລິການຂອງ ສະຕາບັກຊ໌ ລວມທັງບັນຊີ ແລະການເຂົ້າຮ່ວມໂຄງການ, ການໃຊ້ ເວັບໄຊ ຂອງທ່ານ.
  • ເພື່ອຕອບສະໜອງ ການສອບຖາມການບໍລິການລູກຄ້າ, ສະແດງຄຳຄິດເຫັນຢູ່ໃນບ໋ອກ (Blog) ຫຼື ຟໍລັມ Forum ອອນລາຍນອື່ນໆ ເພື່ອຕອບສະໜອງຕໍ່ຄຳຖາມທີ່ເກັບຮັກສາໄວ້ໃນ ເວັບໄຊ ຂອງພວກເຮົາ ຫຼື ດຳເນີນການອື່ນໆ ເພື່ອຕອບສະໜອງຕໍ່ການສອບຖາມ ຫຼື ກິດຈະກໍາອື່ນໆ ຂອງ ເວັບໄຊ.
  • ເພື່ອສ້າງ ໂປຣໂມຊັນ ສ່ວນບຸກຄົນ ໂດຍການລວມຂໍ້ມູນສ່ວນຕົວຂອງທ່ານກັບຂໍ້ມູນສ່ວນຕົວທີ່ບໍ່ກ່ຽວກັບທ່ານ ເຊັ່ນວ່າຈໍານວນ ແລະ ປະເພດຂອງການຊື້ ຫຼື ຜົນປະໂຫຍດໃດໆ ທີ່ທ່ານໄດ້ຮັບຜ່ານໂຄງການຂອງພວກເຮົາ.
  • ເພື່ອຕິດຕໍ່ສື່ສານກັບທ່ານທາງໄປສະນີ, ໂທລະສັບ, ອີເມວ, SMS, ແລະ/ຫຼື ຜ່ານບັດ Starbucks /ຫຼື ແອັບ Starbucks® Cambodia ຂອງທ່ານ (ລວມເຖິງ ແຕ່ວ່າບໍ່ຈຳກັດໃນການສົ່ງຂໍ້ຄວາມໃນແອັບຯໃດໆ) ກ່ຽວ​ກັບ​ການ​ສັ່ງ​ຊື້, ການ​ບໍ​ລິ​ການ, ບັນ​ຊີ ​ແລະ ​ການ​ເຂົ້າ​ຮ່ວມ​ໂຄງ​ການ, ການ​ແຂ່ງ​ຂັນ ​ຫຼື sweepstakes ທີ່​ທ່ານ​ໄດ້​ເຂົ້າ​ຮ່ວມ ແລະ ​ການ​ຮ້ອງ​ຂໍ​​ຂໍ້​ມູນ​.
  • ເພື່ອຕິດຕໍ່ສື່ສານກັບທ່ານທາງໄປສະນີ, ໂທລະສັບ, ອີເມວ, SMS, ໂຊຊ່ຽວມີເດຍ ແລະ ການມີສ່ວນຮ່ວມ, ຫຼື ຜ່ານບັດ Starbucks /ຫຼື ແອັບ Starbucks® Lao ຂອງທ່ານ (ລວມເຖິງ ແຕ່ວ່າບໍ່ຈຳກັດໃນການສົ່ງຂໍ້ຄວາມໃນແອັບຯໃດໆ) ກ່ຽວກັບສິນຄ້າ, ຜະລິດຕະພັນ ຫຼື ຈຸດປະສົງຊື້ຂາຍອື່ນໆ ລວມທັງການສະເໜີເຂົ້າຮ່ວມຂອງພັນທະມິດ ແລະ ຄູ່ຮ່ວມງານ.
  • ສໍາລັບການດໍາເນີນງານ, ລວມທັງການແກ້ໄຂບັນຫາ, ການວິເຄາະຂໍ້ມູນ, ການທົດສອບ, ການຄົ້ນຄວ້າ ແລະ ການປັບປຸງການບໍລິການ.

ຂໍ້​ມູນ​ທີ່​ເຮົາເກັບກຳອາດ​ຈະ​ໄດ້​ຮັບ​ການ​ຍົກ​ຍ້າຍ​ ແລະ ຈັດເກັບໄວ້ທີ່ປາຍທາງນອກລາວ​.

ສະຕາບັກຊ໌ ໄດ້ເຜີຍແຜ່ຂໍ້ມູນສ່ວນຕົວໃຫ້ບຸກຄົນທີ່ສາມ ຫຼື ບໍ?

ສະຕາບັກຊ໌ ໄດ້ເຜີຍແຜ່ຂໍ້ມູນສ່ວນຕົວໃນຮູບແບບຈຳກັດ.

  • ເຮົາອາດຈະເຜີຍແຜ່ຂໍ້ມູນສ່ວນຕົວກ່ຽວກັບທ່ານ ໃຫ້ຜູ້ອື່ນດ້ວຍຄວາມຍີນດີຂອງທ່ານ
  • ພວກເຮົາອາດຈະເຜີຍແຜ່ຂໍ້ມູນກັບ ສະຕາບັກຊ໌, ບໍລິສັດຍ່ອຍ, ຜູ້ທີ່ໄດ້ຮັບອານຸຍາດ, ບໍລິສັດໃຫ່ຍ ແລະ ບໍລິສັດທີ່ກ່ຽວຂ້ອງກັບພວກເຮົາ.
  • ພວກເຮົາອາດຈະເຜີຍແຜ່ຂໍ້ມູນ ກັບ ບໍລິສັດ ທີ່ໃຫ້ການສະໜັບສະໜູນເຮົາ (ເຊັ່ນ: ຜູ້ປະມວນຜົນເຄດິດ ຫຼື ຜູ້ໃຫ້ບໍລິການຊຳລະເງິນ, ໄປສະນີ ຫຼື ເຈົ້າຂອງ ເວັບໄຊ) ແລະ/ຫຼື ບຸກຄົນທີສາມ ທີ່ຊ່ອຍໃຫ້ເຮົາເຮັດການຕະຫຼາດຂອງຜະລິດຕະພັນ, ບໍລິການ ແລະ ຊ່ອຍເຫຼືອເຮົາດ້ວຍການສື່ສານ (ທາງກົງ ຫຼື ທາງອ້ອມ) ກັບລູກຄ້າຂອງເຮົາ (ເຊັ່ນ: ຜູ້ຄວບອີເມວ, ໂຊຊຽວມີເດຍ ແລະ ການມີສ່ວນຮ່ວມ). ບໍລິສັດເຫຼົ່ານີ້/ບຸກຄົນທີສາມອາດໃຊ້ຂໍ້ມູນກ່ຽວກັບທ່ານເພື່ອປະຕິບັດໜ້າທີ່ໃນນາມພວກເຮົາ.
  • ພວກເຮົາອາດຈະເປີດເຜີຍຂໍ້ມູນສະເພາະ (i) ຕາມການຮ້ອງຂໍທີ່ຖືກຕາມກົດໝາຍ, ໃນ​ການ​ຕອບ​ຂອງຂະ​ບວນ​ການ​ທາງ​​ກົດ​ໝາຍ​, ແລະ ເມື່ອຈຳເປັນທີ່ຕ້ອງປະຕິບັດຕາມກົດໝາຍ, (ii) ເພື່ອບັງຄັບໃຊ້ຂໍ້ຕົກລົງຂອງເຮົາ, ນະໂຍບາຍບໍລິສັດຂອງເຮົາ ແລະ ເງື່ອນໄຂການນໍາໃຊ້ທີ່ກ່ຽວຂ້ອງກັບການໃຊ້ຜະລິດຕະພັນ ແລະ ການບໍລິການຂອງ ສະຕາບັກຊ໌ ຜ່ານເວັບໄຊ ຫຼື ການບໍລິການ, (iii) ເພື່ອປົກປ້ອງສິດ, ຊັບສິນ ຫຼື ຄວາມປອດໄພຂອງ ສະຕາບັກຊ໌ສ ແລະ ບໍລິສັດໃນເຄືອສະຕາບັກຊ໌ສ, ບໍລິສັດຍ່ອຍ, ໃບອະນຸຍາດ, ພະນັກງານ, ຕົວແທນ, ລູກຄ້າ ແລະ ອື່ນໆ.
  • ຖ້າທ່ານເຂົ້າຮ່ວມໃນ blog ຫຼື ການສົນທະນາອອນລາຍອື່ນໆ ຢູ່ໃນ ເວັບໄຊ ຂອງພວກເຮົາ, ຂໍ້ມູນສ່ວນຕົວທີ່ທ່ານລົງຢູ່ໃນເວັບໄຊຂອງເຮົາ ຈະຖືກເຜີຍແຜ່ກັບຜູ້ທີ່ມາເຂົ້າເວັບໄຊ.
  • ໃນກໍລະນີຂອງການລວມການຊື້, ການເງິນ, ການຂາຍຊັບສິນ ຫຼື ສະຖານະການອື່ນໆ ທີ່ກ່ຽວຂ້ອງກັບການໂອນຊັບສິນທາງທຸລະກິດບາງສ່ວນ ຫຼື ທັງໝົດຂອງ ສະຕາບັກຊ໌ສ ອາດຖືກເຜີຍແຜ່ຂໍ້ມູນສ່ວນຕົວໃຫ້ຜູ້ທີ່່ກ່ຽວຂ້ອງໃນການເຈລະຈາ ຫຼື ການໂອນ.

ພວກເຮົາອາດຈະເຜີຍແຜ່ຂໍ້ມູນລວມ ຫຼື ບໍ່ລະບຸຕົວຕົນ ຊຶ່ງບໍ່ໄດລະບຸເຖິງທ່ານໂດຍກົງ.


ສະຕາບັກຊ໌ສ ມີທາງເລືອກກ່ຽວກັບຂໍ້ມູນສ່ວນຸກຄົນໃດແນ່?


ສະຕາບັກຊ໌ສ ສະເໜີທາງເລືອກເພື່ອທ່ານເຂົ້າເຖິງ, ອັບເດດ ຫຼື ປ່ຽນແປງຂໍ້ມູນສ່ວນຕົວ ແລະ ວິທີທີ່ເຮົາສື່ສານກັນ. ນີ້ແມ່ນວິທີທີ່ທ່ານສາມາດຮ້ອງຂໍການປ່ຽນແປງ:

  • ປະຕິບັດຕາມຄໍາແນະນໍາໃນການບໍ່ເຂົ້າຮ່ວມໃນອີເມວສົ່ງເສີມການຂາຍ ພວກເຮົາສົ່ງໃຫ້ທ່ານ ຫຼື ຕິດຕໍ່ກັບ ສະຕາບັກຊ໌ສ ກໍາປູເຈຍ (ເບິ່ງລາຍລະອຽດການຕິດຕໍ່ຂ້າງລຸ່ມນີ້).
  • ຖ້າທ່ານມີໃຫ້ເຂົ້າສູ່ລະບົບ Starbucks.com.kh ແລະ ເຂົ້າເບິ່ງພາກສ່ວນການຈັດການໂປຣໄຟລ໌ ເພື່ອຈັດການຂໍ້ມູນການຕິດຕໍ່ຂອງທ່ານ (ຕົວຢ່າງ, ອີເມວ ແລະທີ່ຢູ່ໄປສະນີ) ແລະ ເພື່ອອັບເດດຂໍ້ມູນສ່ວນຕົວຂອງທ່ານ.
  • ຕິດຕໍ່ພວກເຮົາທີ່: 020 5724 1552

ຖ້າ​ຫາກ​ທ່ານ​ເລືອກທີ່ຈະບໍ່ຮັບການສື່ສານສົ່ງເສີມການຂາຍຈາກເຮົາ, ເຮົາອາດຈະຍັງສົ່ງການສື່ສານທີ່ບໍ່ແມ່ນການໂຄສະນາໃຫ້ທ່ານເຊັ່ນ: ອີເມວກ່ຽວກັບບັນຊີ ຫຼື ຄວາມສຳພັນທາງທຸລະກິດຂອງພວກເຮົາ ຫຼື ບັນດາສະມາຊິກ.

ໂດຍປົກກະຕິແລ້ວສາມາດເລືອກຕັ້ງຄ່າ ບາວເຊີ ໃຫ້ເຕືອນທ່ານເມື່ອມີການສົ່ງຄຸກກີ້, ລົບ ຫຼື ປະຕິເສດຄຸກກີ້ (cookie). ແຕ່ລະບາວເຊີ(browser) ຈະແຕກຕ່າງກັນເລັກນ້ອຍ ດັ່ງນັ້ນ, ໃຫ້ເບີ່ງທີ່ເມນູວິທີ່ໃຊ້ ບາວເຊີ (browser) ຂອງທ່ານເພື່ອຮຽນຮູ້ກ່ຽວກັບການປັບປ່ຽນການຕັ້ງຄ່າ ຄຸກກີ້. ຖ້າທ່ານເລືອກທີ່ຈະລົບ ຫຼື ປະຕິເສດຄຸກກີ້ຈະຜົນກະທົບຕໍ່ຄຸນສົມບັດ ຫຼື ​ການ​ບໍ​ລິ​ການ​ຢູ່​ໃນ ​ເວັບ​ໄຊ ​ຂອງ​ເຮົາ​.
ສະຕາບັກຊ໌ ຈະບໍ່ເກັບຂໍ້ມູນສ່ວນຕົວຂອງທ່ານເປັນເວລາໜື່ງປີ ຫຼັງຈາກປິດບັນຊີ ແລະ ຂໍ້ມູນດັ່ງກ່າວຈະຖືກລຶບລ້າງຫຼັງຈາກນັ້ນ. ຂໍ້ມູນຄົນອື່ນທີ່ທ່ານໃຫ້ຈະຖືກລົບຫຼັງຈາກສີ້ນສຸດພາລະກິດສຳລັບການໃຫ້ຂໍ້ມູນຂ່າວສານດັ່ງກ່າວ.

ຂໍ້ມູນສ່ວນໄດ້ຮັບຄວາມປອດໄພແນວໃດແນ່?

ສະຕາບັກຊ໌ ໃຊ້ຂັ້ນຕອນທີ່ເໝາະສົມເພື່ອຮັກສາຄວາມປອດໄພທາງດ້ານເຕັກນິກ ແລະ ການບໍລິຫານທີ່ເໝາະສົມເພື່ອປົກປ້ອງການສູນເສຍ, ການໃຊ້ງານໃນທາງທີ່ຜິດ, ການເຂົ້າເຖິງທີ່ບໍ່ໄດ້ຮັບອະນຸຍາດ, ການເປີດເຜີຍ ຫຼື ການດັດແກ້ຂໍ້ມູນສ່ວນຕົວ.

ໃນຂະນະທີ່ພວກເຮົາໃຊ້ຄວາມພະຍາຍາມທີ່ສົມເຫດສົມຜົນເພື່ອປົກປ້ອງຂໍ້ມູນສ່ວນຕົວ ແລະ ຂໍ້ມູນຂອງຄົນອື່ນທີ່ທ່ານສະເໜີໃຫ້ ແຕ່ບໍ່ມີລະບົບ ຫຼື ການສົ່ງຂໍ້ມູນທາງ ອິນເຕີເນັດ ຫຼື ເຄືອຂ່າຍສາທະລະນະອື່ນ ທີ່ຈະສາມາດຮັບປະກັນວ່າຈະປອດໄພ 100 ເປີເຊັນ.

ການອັບເດດນະໂຍບາຍສ່ວນໂຕ

ເຮົາອັບເດດ ນະໂຍບາຍສ່ວນໂຕໃນບາງເທື່ອ ໃນເມື່ອເຮົາເຮັດແບບນັ້ນ ເຮົາຈະໂພສນະໂຍບາຍໃໝ່ ໃນໜ້ານີ້ ແລະ ປ່ຽນວັນທີດ້ານເທິງຂອງນະໂຍບາຍ.

ພວກເຮົາແນະນໍາໃຫ້ທ່ານກວດເບິ່ງວັນທີຂອງນະໂຍບາຍຄວາມເປັນສ່ວນຕົວໃນເວລາທີ່ທ່ານເຂົ້າ ເວັບໄຊ ນີ້ເພື່ອເບິ່ງການອັບເດດ ແລະ ການປ່ຽນແປງອື່ນໆ. ພວກເຮົາຈະແຈ້ງໃຫ້ທ່ານຮັບຮູ້ເຖິງນະໂຍບາຍຄວາມເປັນສ່ວນຕົວຂອງສະບັບແກ້ໄຂທີ່ອາດຈະມີຜົນກະທົບຕໍ່ວິທີໃຊ້ ຫຼື ເຜີຍແພ່ຂໍ້ມູນສ່ວນຕົວ ຫຼື ຂໍ້ມູນຂອງຜູ້ອື່ນທີ່ທ່ານສະໜອງໃຫ້.

ຄຳຖາມ ແລະ ຄຳແນະນຳ

ເຮົາຍີນດີຮັບຟັງຄຳຖາມ, ຄວາມຄິດເຫັນ ແລະ ຂໍ້ກັງວົນຂອງທ່ານກ່ຽວກັບຄວາມເປັນສ່ວນຕົວ.

ລູກຄ້າ ສະຕາບັກຊ໌ສ ສາມາດຕິດຕໍ່ໄດ້ທີ່ເບີ​ [Phone Number] ຫຼື ທາງໄປສະນີໄດ້ທີ່:

ບໍລິສັດ ຄອບຟີ້ ຄອນເຊັບສ໌ (ລາວ) ຈໍາກັດຜູ້ດຽວ

ພາກຊັນ ລາວ, ເລກທີ 011, ຖະໜົນ ຄູວຽງ,

ບ້ານ ໜອງຈັນ, ເມືອງ ສີສັດຕະນາກ,

ນະຄອນຫຼວງວຽງຈັນ, ສປປ ລາວ.

Scroll To Top