ກາເຟຂອງພວກເຮົາ

ກາເຟທີ່ພິເສດ ຕ້ອງມາຈາກເມັດກາເຟທີ່ດີທີ່ສຸດ.

ເມັດກາເຟ ອາຣາບີກາ (Arabica) ຂອງ ສະຕາບັກຊ໌ ມີຄວາມແຕກຕ່າງຈາກເມັດກາເຟອາຣາບີກາທົ່ວໆໄປ, ພວກເຮົາເອົາໃຈໃສ່ພະຍາຍາມຢ່າງເຕັມທີ່ໃນທຸກໆຂັ້ນຕອນ ເພື່ອໃຫ້ຮັບປະກັນໄດ້ວ່າ ເມັດກາເຟຂອງພວກເຮົາ ຈະໄດ້ຕາມມາດຕະຖານ ແລະ ມີຄຸນະພາບສູງສຸດ.ພວກເຮົາເຮັດໄດ້ແນວໃດ? ເຮົາຍິນດີທີ່ທ່ານຖາມ.

1. 

ພວກເຮົາເດີນທາງໄປຫາບ່ອນທີ່ປູກກາເຟທີ່ດີທີ່ສຸດ: ພື້ນທີ່ສູງ

ເມັດກາເຟທີ່ດີຈະປູກໃນເຂດພື້ນທີ່ທີ່ສູງ ມີອາກາດເຢັນໃນຕອນກາງຄືນ ແລະ ອົບອຸ່ນໃນຕອນກາງເວັນ ຖືເປັນອົງປະກອບທີ່ເຮັດໃຫ້ໄດ້ມາເຊິ່ງເມັດກາເຟທີ່ມີຄຸນະພາບ. ໂດຍກາເຟຄຸນະພາບດີຈະມີລົດຊາດທີ່ເຂັ້ມຂຸ້ນ ແລະ ຊັບຊ້ອນແບບມີສະເຫນ່ຊວນຄົ້ນຫາ. ທ່ານສາມາດສຳຜັດລົດຊາດກາເຟທີ່ເຕັມດ້ວຍຄຸນະພາບແບບນີ້ໄດ້ ໃນກາເຟຂອງ ສະຕາບັກຊ໌ ທຸກໆຈອກ.

2. 

ພວກເຮົາໃຫ້ຄວາມສຳຄັນກັບທຸກໆເລື່ອງຂອງກາເຟ

ຖ້າມີວິທີໃດທີ່ຈະຊ່ອຍໃຫ້ຊາວກະສິກອນສາມາດປູກກາເຟໄດ້ດີຂຶ້ນ ເຮົາກໍ່ຈະເຮັດ. ໂດຍບໍ່ແບ່ງແຍກວ່າຊາວກະສິກອນຜູ້ນັ້ນແມ່ນໃຜ, ຫຼື ພວກເຂົາຈະຢູ່ໃສ. ເພື່ອໃຫ້ໄດ້ເມັດກາເຟທີ່ມີຄຸນະພາບ ພວກເຮົາມີສູນຊ່ອຍເຫຼືອຊາວກະສິກອນໃນ 4 ທະວີບ ໂດຍຈະມີນັກທໍລະນີວິທະຍາຂອງພວກເຮົາ ລົງເກັບຕົວຢ່າງຄຸນະພາບຂອງດິນເພື່ອໃຊ້ວິໄຈ ແລະ ຍິນດີໃຫ້ຄຳແນະນຳສຳລັບຊາວກະສິກອນທີ່ປູກກາເຟ ທີ່ຕ້ອງການຄວາມຊ່ອຍເຫຼືອໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ.

3. 

ພວກເຮົາຮັກສາສາຍສຳພັນທີ່ເລິກເຊິ່ງ

ອະນາຄົດຂອງກາເຟແມ່ນຕິດພັນກັບອະນາຄົດຂອງຊາວກະສິກອນຜູ້ທີ່ປູກກາເຟເປັນອາຊີບ. ສະນັ້ນ, ພວກເຮົາຈຶ່ງປູກຝັງຄວາມສຳພັນນີ້ໃຫ້ເປັນໄປໃນທິດດຽວກັນກັບທີ່ພວກເຂົາເອົາໃຈໃສ່ປູກກາເຟ. ພວກເຮົາຄົ້ນຄວ້າເພື່ອໃຫ້ຊາວກະສິກອນໄດ້ລາຄາທີ່ຍຸຕິທຳ ແລະ ຮັບປະກັນວ່າທຸກຄົນໃນຊຸມຊົນ ຈະໄດ້ຮັບຜົນປະໂຫຍດຈາກອຸດສາຫະກຳກາເຟ, ເຊິ່ງຈະສົ່ງຜົນເຖິງຊີວິດການເປັນຢູ່ທີ່ດີຂຶ້ນຂອງຊາວກະສິກອນ ແລະ ເຮັດໃຫ້ເຮົາທຸກຄົນໄດ້ດື່ມກາເຟທີ່ມີຄຸນະພາບດີຍິ່ງຂຶ້ນ.

4. 

ພວກເຮົາເກັບກ່ຽວເມັດກາເຟດ້ວຍຄວາມພິຖີພິຖັນ

ພວກເຮົາຈະເກັບກ່ຽວເມັດກາເຟ ເມື່ອຮອດເວລາທີ່ດີທີ່ສຸດເທົ່ານັ້ນເຊັ່ນ: ເມື່ອເມັດກາເຟມີສີແດງ,​ ສຸກເຕັມທີ່ແບບເຕັມຕົ້ນເທົ່ານັ້ນ. ຫຼັງຈາກນັ້ນ, ພວກເຮົາຈະຄັດແຍກເມັດກາເຟເພີ່ມຕື່ມອີກ ໂດຍອີງຕາມຂະໜາດ, ສີ ແລະ ຄວາມໜາແໜ້ນຂອງພວກມັນ. ພວກເຮົາຈະບໍ່ຍອມປ່ອຍໃຫ້ເກີດມີຂໍ້ຜິດພາດໃດໆໃນທຸກໆ ຂັ້ນຕອນການຜະລິດ, ບາງຄົນອາດຄິດວ່າພວກເຮົາເຮັດແບບຊັບຊ້ອນຫຼາຍເກີນໄປ, ແຕ່ພວກເຮົາຖືວ່າທຸກໆຂັ້ນຕອນການຜະລິດນັ້ນມີຄວາມສຳຄັນເພື່ອເຮັດໃຫ້ໄດ້ມາເຊິ່ງກາເຟຊັ້ນເລີດ.

5. 

ພວກເຮົາທົດລອງຊິມ - ຊໍ້າແລ້ວ, ຊໍ້າອີກ

ພວກເຮົາຊິມກາເຟຫຼາຍກວ່າ 1000 ຈອກຕໍ່ມື້ ເພື່ອໃຫ້ໄດ້ກາເຟລົດຊາດດີທີ່ສຸດໃນແບບທີ່ເຮົາທຸກຄົນຄາດຫວັງ (ລວມເຖິງຕົວທ່ານ) ແລະ ພວກເຮົາຈະກວດສອບລົດຊາດກາເຟທີ່ໄດ້ມາ ຢ່າງໜ້ອຍສາມຄັ້ງກ່ອນທີ່ຈະຜ່ານຂັ້ນຕອນການອະນຸມັດ. ດັ່ງນັ້ນ, ທຸກເທື່ອທີ່ທ່ານດື່ມກາເຟຂອງສະຕາບັກຊ໌, ທ່ານຈະຕ້ອງຕົກຫລຸມຮັກຢ່າງແນ່ນອນ.

Scroll To Top