ວຽກຊ່ອຍເຫລືອສັງຄົມ

ວຽກຊ່ອຍເຫລືອສັງຄົມ

ພວກເຮົາເຊື່ອວ່າທຸລະກິດສາມາດ ແລະ ຄວນຈະເຮັດສິ່ງທີ່ດີເພື່ອຊຸມຊົນອ້ອມຂ້າງ.

ຕະຫຼອດເວລາຫຼາຍປີຜ່ານມາ, ພາທເນີຂອງເຮົາ(ພະນັກງານ) ແລະ ລູກຄ້າຂອງເຮົາ ໄດ້ສ້າງແຮງບັນດານໃຈ ແລະ ຄວາມປະທັບໃຈໃນການຮ່ວມແຮງຮ່ວມໃຈສ້າງໂລກໃຫ້ໜ້າຢູ່ຫຼາຍຂຶ້ນ.

ສະຕາບັກຊ໌, ໄດ້ສ້າງຫລາກຫລາຍກິດຈະກຳໃນການຊ່ອຍເຫລືອສັງຄົມ ລວມເຖິງການແບ່ງປັນຄືນສູ່ສັງຄົມ. ພ້ອມນີ້, ພວກເຮົາຈະສືບຕໍ່ຊອກຫາໂຄງການໃໝ່ໆ. ດັ່ງທີ່ພວກເຮົາເຄີຍເຮັດໃນເດືອນມັງກອນ ປີ2009 ທີ່ຜ່ານມາ ກັບກິດຈະກຳສະແດງຄວາມຂອບໃຈຕໍ່ລູກຄ້າ ທີ່ມາເປັນອາສາສະຫມັກເຂົ້າຮ່ວມວຽກຊ່ອຍເຫລືອສັງຄົນ ເປັນເວລາຫ້າຊົ່ວໂມງ ດ້ວຍການມອບກາເຟໃຫ້ຫນຶ່ງຈອກ.

ເປົ້າໝາຍຂອງເຮົາ


ພວກເຮົາສົ່ງເສີມໃຫ້ສະຕາບັກຊ໌ພາທເນີ (ພະນັກງານ) ແລະລູກຄ້າຂອງສະຕາບັກຊ໌ເຂົ້າຮ່ວມກິດຈະກຳຊ່ອຍເຫລືອສັງຄົມ ໃຫ້ໄດ້ຫລາຍກວ່າຫນຶ່ງລ້ານຊົ່ວໂມງຕໍ່ປີ.ສິ່ງທີ່ພວກເຮົາກໍາລັງເຮັດກິດຈະກຳດ້ານການຊ່ອຍເຫຼືອສັງຄົມຂອງສະຕາບັກຊ໌ແມ່ນໄດ້ເນັ້ນການສົ່ງເສີມອາສາສະຫມັກຈິດອາສາໂດຍໃຫ້ການສະໜັບສະໜູນໂຄງການທີ່ຈະຊ່ອຍການແກ້ບັນຫາໂດຍກົງຂອງຊຸມຊົນ.ເຊິ່ງກິດຈະກຳນີ້ໄດ້ເລີ່ມຕົ້ນມາຕັ້ງແຕ່ເດືອນເມສາປີ2010,ໂດຍເປີດໂອກາດໃຫ້ເພື່ອນຮ່ວມງານສາມາດຈັດຫາໂຄງການຊ່ອຍເຫລືອໃນແບບຕ່າງໆໄດ້ເຊັ່ນ:ການຊ່ອຍສອນເພີ່ມໃຫ້ເດັກນ້ອຍຫລັງເລີກຮຽນ,ການປັບປຸງເສັ້ນທາງຍ່າງປ່າແລະການອະນາໄມສວນສາທາລະນະໂດຍໄດ້ຮັບຄວາມຮ່ວມມືຈາກອົງກອນທ້ອງຖິ່ນທີ່ບໍ່ສະແຫວງຫາຜົນກຳໄລ.

Scroll To Top