ຄວາມຮັບຜິດຊອບຕໍ່ສັງຄົມ

ການຊື້ຢ່າງມີຈັນຍາບັນ: ການສ້າງອະນາຄົດກັບຊາວກະສິກອນ

ຄວາມສໍາເລັດຂອງບໍລິສັດຂອງພວກເຮົາແມ່ນມີຜົນມາຈາກຄວາມສໍາເລັດຂອງຊາວສວນຜູ້ປູກກາເຟ ຫຼາຍຮ້ອຍພັນຄົນແລະຜູ້ສະຫນອງທີ່ຜະລິດະລິດຕະພັນ ຂອງພວກເຮົາ.

ບໍ່ວ່າຈະເປັນກາເຟ,ຊາ,ໂກໂກ້ຫຼືຜະລິດຕະພັນອື່ນໆ,ພວກເຮົາມຸ່ງໝັ້ນທີ່ຈະສັນຫາສິນຄ້າທີ່ມີຄຸນະພາບສູງພາຍໃຕ້ຫຼັກການການຮັບຊື້ຢ່າງມີຈະລິຍະທຳທີ່ໃຫ້ຄວາມສຳຄັນດ້ານເສດຖະກິດ-ສັງຄົມແລະສິ່ງແວດລ້ອມ,ການໃຫ້ການສະໜັບສະໜູນ​​ຊາວ​ກະສິກອນ​ແລະການຮັບຊື້ພືດພັນທີ່ໂປ່ງໃສ;ການ​ຮ່ວມ​ມືພັດທະນາວັດຖຸດິບແລະສິນຄ້າ​ລວມເຖິງພັດທະນາຊຸມຊົນນີ້ແມ່ນການລົງທຶນຂອງພວກເຮົາໃນຕ່ອງໂສ້ການສະໜອງ,ການດຳລົງຊີວິດຂອງຊາວກະສິກອນແລະຜູ້ສະຫນອງທີ່ພວກເຮົາເຮັດວຽກຮ່ວມກັນລວມເຖິງໃນຊຸມຊົນຂອງພວກເຂົາ.

ສິ່ງແວດລ້ອມ: ການບຸກເບີກແກ້ໄຂແບບຍືນຍົງ

ໃນຖານະບໍລິສັດທີ່ເພິ່ງພາຜົນຜະລິດທາງກະສິກຳ, ພວກເຮົາຮູ້ວ່າໂລກຫນ່ວຍນີ້ແມ່ນພັນທະມິດທີ່ສຳຄັນທີ່ສຸດສຳລັບເຮົາ.

ການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມມີຄວາມໝາຍຫຼາຍກວ່າການນໍາໃຊ້ພະລັງງານແລະນ້ຳໃຫ້ໜ້ອຍລົງ.ມັນຍັງໝາຍເຖິງການສ້າງຮ້ານຄ້າແລະສິ່ງອຳນວຍຄວາມສະດວກທີ່ມີປະສິດທິພາບຫຼາຍຂຶ້ນ,ຄົ້ນຫາວິທີການແກ້ໄຂໃໝ່ໆສຳລັບການນຳມາໃຊ້ໃໝ່ແລະການຫຼຸດຜ່ອນຂອງສິ່ງເສດເຫຼືອ,ການລົງທຶນດ້ານພະລັງງານທົດແທນແລະການເຮັດວຽກຮ່ວມກັນກັບຊາວກະສິກອນເຊັ່ນດຽວກັນກັບການເຮັດທຸລະກິດແລະອົງກອນອື່ນໆເພື່ອແກ້ໄຂບັນຫາການປ່ຽນແປງຂອງສະພາບພູມອາກາດ.ການທີ່ເຮົາເຮັດວຽກຮ່ວມກັນເຮັດໃຫ້ເຮົາສາມາດເຂົ້າໃຈບັນຫາໄດ້ດີຂຶ້ນແລະຊ່ອຍຫຼຸດ​ຜ່ອນ​ຜົນ​ກະ​ທົບຕໍ່​ສິ່ງ​ແວດ​ລ້ອມໃນທຸກຢ່າງທີ່ເຮົາແຕະຕ້ອງເຖິງ.

ຊຸມຊົນ: ການສ້າງໂອກາດ

ຈາກເຂດໃກ້ຄຽງທີ່ຮ້ານຂອງພວກເຮົາຕັ້ງຢູ່ຈົນໄປຮອດເຂດທີ່ພວກເຮົາປູກກາເຟ, ເຮົາມຸ່ງໝັ້ນທີ່ຈະລົງທຶນ ແລະ ສ້າງໂອກາດໃຫ້ຜູ້ຄົນທົ່ວໂລກ.

ພວກເຮົາສຸມໃສ່ການຕໍ່ຍອດຈາກທຸລະກິດ ແລະ ກຳລັງທີ່ພວກເຮົາມີ ເພື່ອສ້າງໂອກາດໃຫ້ໄວໜຸ່ມ ໂດຍຮ່ວມມືກັບອົງການຊ່ອຍເຫລືອຕ່າງໆທົ່ວໂລກ ໃນການຊ່ອຍໃຫ້ຊາວໜຸ່ມໄດ້ຮັບທັກສະ ແລະ ການຝຶກອົບຮົມທີ່ຈຳເປັນ ເພື່ອໃຫ້ເຂົາສາມາດທີ່ຈະປະສົບຄວາມສຳເລັດໃນເສດຖະກິດໂລກທີ່ປ່ຽນແປງຢ່າງໄວວາ. ນອກຈາກນີ້, ພວກເຮົາຍັງສະໜັບສະໜູນ ແລະ ຊຸກຍູ້ໃຫ້ຄົນໃນຊຸມຊົນມີຄວາມສາມັກປອງດອງ ຢູ່ຮ່ວມກັນ ແລະ ສ້າງການປ່ຽນແປງໃນແບບທີ່ດີ ເທົ່າທີ່ພວກເຮົາຈະສາມາດເຮັດໄດ້.

ລາຍງານວຽກງານກ່ຽວຄວາມຮັບຜິດຊອບຕໍ່ສັງຄົມໃນທົ່ວໂລກ

ຮຽນຮູ້ເພີ່ມຕື່ມກ່ຽວກັບເປົ້າໝາຍ ແລະ ຜົນງານກິດຈະກຳຕ່າງໆ ໃນຂົງເຂດຄວາມຍືນຍົງ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຂອງບໍລິສັດ. ທ່ານສາມາດອ່ານລາຍງານ ວຽກງານການເຄື່ອນໄຫວດ້ານ ຄວາມຮັບຜິດຊອບຕໍ່ສັງຄົມປະຈຳປີ ຂອງກຸ່ມບໍລິສັດເຮົາໃນທົ່ວໂລກ (Annual Global Responsibility Report) ເປັນພາສາອັງກິດ ໄດ້ບ່ອນນີ້.

Scroll To Top