ການຊົງກາເຟແບບ Ice Pour-Over
ການຊົງກາເຟແບບ Ice Pour-Over ເປັນວິທີການຊົງກາເຟທີ່ສາມາດຊົງໄດ້ງ່າຍ ແລະ ໄດ້ກາເຟເຢັນທີ່ມີລົດຊາດເຂັ້ມຂຸ້ນເຕັມໄປດ້ວຍຄຸນະພາບໃນຫນຶ່ງເຢືອກຕໍ່ເທື່ອ
ຂັ້ນຕອນຕ່າງໆ

1.
ເຮັດເຈ້ຍກອງໃຫ້ປຽກ
ລ້າງເຈ້ຍກອງດ້ວຍນ້ຳຮ້ອນຫນ້ອຍຫນຶ່ງ ແລ້ວເທນ້ຳທີ່ລ້າງເຈ້ຍກອງອອກ. ວິທີນີ້ຈະເຮັດໃຫ້ທ່ານໄດ້ຮັບລົດຊາດທີ່ແທ້ຈິງຂອງກາເຟຫຼາຍທີ່ສຸດ.

2.
ເລືອກການບົດທີ່ເໝາະສົມ
ສຳລັບການຊົງກາເຟແບບ Ice Pour-Over ແມ່ນໃສ່ກາເຟທີ່ບົດແລ້ວລົງໃນຈວຍເຈ້ຍກອງ ໂດຍໃຊ້ກາເຟບົດລະອຽດທີ່ມີລັກສະນະຄ້າຍຄືນ້ຳຕານຊາຍ

3.
ຕວງ
ການຊົງກາເຟແບບ Ice Pour-Over ແມ່ນການຊົງທີ່ເພີ່ມລະດັບຄວາມເຂັ້ມຂຸ້ນເປັນສອງເທົ່າ ເພາະລົດຊາດຈະເຈືອຈາງໄປກັບນ້ຳກ້ອນ ໂດຍຈະຕວງກາເຟ 4ບ່ວງແກງ ຕໍ່ ນ້ຳ6ອອນ

4.
ເທ ແລະ ພັກກ່ອນ
ໃຊ້ນ້ຳຕົ້ມທີ່ຫາກໍຟົດເທລົງໄປເຄິ່ງຈວຍເຈ້ຍກອງ ໂດຍໃຫ້ນໍ້າຖ້ວມສ່ວນກາເຟບົດ ປະພັກໄວ້ 10ນາທີ ແລ້ວປ່ອຍໃຫ້ນ້ຳດຶງລົດຊາດກາເຟອອກມາໃຫ້ໄດ້ຫຼາຍທີ່ສຸດ.

5.
ຊົງກາເຟ
ຄ່ອຍໆຕື່ມນ້ຳທີ່ເຫຼືອ ໂດຍເທນ້ຳເທື່ອລະໜ້ອຍ ວົນເປັນວົງມົນໃຫ້ທົ່ວກາເຟ

6.
ໃສ່ນ້ຳກ້ອນ
ເທກາເຟທີ່ຊົງແລ້ວໃສ່ນ້ຳກ້ອນ ແລ້ວພ້ອມເສີບໄດ້ເລີຍ.
ເຄັດລັບ: ກາເຟຈາກອາຟຣິກາເປັນທີ່ນິຍົມສຳລັບການຊົງກາເຟແບບ Ice Pour-Over ເພາະເປັນກາເຟທີ່ໃຫ້ລົດຊາດສົ້ມຂອງໝາກໄມ້ ເຊິ່ງຈະເຮັດໃຫ້ທ່ານສົດຊື່ນແລະມີຊີວິດຊີວາ