ການຊົງກາເຟແບບ Pour-Over
ການຊົງກາເຟແບບ Pour-Over ເປັນວິທີການຊົງກາເຟທີ່ລຽບງ່າຍແຕ່ງົດງາມ ກາເຟທີ່ໄດ້ຈະມີນ້ຳໜັກ ແລະ ລົດຊາດທີ່ເຕັມໄປດ້ວຍຄຸນະພາບ.
ຂັ້ນຕອນຕ່າງໆ

1.
ຕວງ ແລະ ຕົ້ມ
ຕວງນ້ຳຕາມທີ່ທ່ານຕ້ອງການສຳລັບຊົງກາເຟ ໂດຍເພີ່ມປະລິມານນ້ຳເພື່ອໄວ້ໜ້ອຍຫນຶ່ງ ສຳລັບລ້າງເຈ້ຍກອງ. ຈາກນັ້ນຕົ້ມນ້ຳໃຫ້ຟົດ.

2.
ເຈ້ຍກອງແບບປຽກ
ລ້າງເຈ້ຍກອງດ້ວຍນ້ຳຮ້ອນຫນ້ອຍຫນຶ່ງ ແລ້ວເທນ້ຳທີ່ລ້າງເຈ້ຍກອງອອກ. ວິທີນີ້ຈະເຮັດໃຫ້ທ່ານໄດ້ຮັບລົດຊາດທີ່ແທ້ຈິງຂອງກາເຟຫຼາຍທີ່ສຸດ.

3.
ຕວງ ແລະ ບົດ
ຂັ້ນຕອນຕໍ່ມາ, ຕວງກາເຟຂອງທ່ານ. ຕວງກາເຟທີ່ບົດແລ້ວລົງໃນຈວຍເຈ້ຍກອງ ໂດຍໃຊ້ກາເຟບົດລະອຽດທີ່ມີລັກສະນະຄ້າຍຄືນ້ຳຕານຊາຍ. ຕວງກາເຟ 2ບ່ວງແກງ ຕໍ່ນ້ຳ 6ອອນ

4.
ເທ ແລະ ຢຸດກ່ອນ
ໃຊ້ນ້ຳຕົ້ມທີ່ຫາກໍ່ຟົດ ເທລົງໄປເຄິ່ງຈວຍເຈ້ຍກອງ ໂດຍໃຫ້ນໍ້າຖ້ວມສ່ວນກາເຟບົດ ປະພັກໄວ້ 10ນາທີ ແລ້ວປ່ອຍໃຫ້ນ້ຳດຶງລົດຊາດກາເຟອອກມາໃຫ້ໄດ້ຫຼາຍທີ່ສຸດ.

5.
ເມື່ອຊົງແລ້ວ ທ່ານກໍສາມາດເພີດເພີນກັບລົດຊາດຂອງກາເຟ
ຄ່ອຍໆຕື່ມນ້ຳທີ່ເຫຼືອ ໂດຍເທນ້ຳເທື່ອລະໜ້ອຍ ວົນເປັນວົງມົນໃຫ້ທົ່ວກາເຟ ແລ້ວເພີດເພີນກັບກາເຟທີ່ໄດ້ທັນທີ
ເຄັດລັບ: ການຊົງກາເຟແບບ Pour-Over ໃຫ້ໄດ້ລົດຊາດຄົງທີ່ຫລາຍຂຶ້ນ ຕ້ອງໃຊ້ເຄື່ອງຈັບເວລາ ໂດຍການຊົງກາເຟໜຶ່ງຈອກຈະໃຊ້ເວລາປະມານ 3ນາທີ