ການຊົງກາເຟແບບ Coffee Press

ການຊົງກາເຟດ້ວຍເຄື່ອງຊົງ Coffee Press ຈະຊ່ອຍເກັບຮັກສານ້ຳມັນທຳມະຊາດຂອງເມັດກາເຟ ຕ່າງຈາກການໃຊ້ເຈ້ຍກອງທີ່ດູດຊຶມນ້ຳມັນເອົາໄວ້ໃນເຈ້ຍ ແລະ ວິທີກົດແບບນີ້ຈະສະກັດລົດຊາດຂອງກາເຟອອກມາໄດ້ຢ່າງເຕັມທີ່ພ້ອມທັງໃຫ້ຄວາມເຂັ້ມຂຸ້ນກົມກ່ອມ.

ຂັ້ນຕອນຕ່າງໆ

play-icon

1. 

ບົດ ແລະ ຕວງ

ໃຊ້ກາເຟບົດຫຍາບໆ ທີ່ມີລັກສະນະຄ້າຍເກືອທະເລ ໂດຍຕວງກາເຟ 2ບ່ວງແກງ ຕໍ່ນ້ຳ 6ອອນ.

ເຄັດລັບ: ກາເຟກໍຄ້າຍຄືກັບຜົນຜະລິດ, ການຊື້ໃນແຕ່ລະຄັ້ງ ຄວນຊື້ເທື່ອລະໜ້ອຍ ເພື່ອເພີດເພີນກັບກາເຟທີ່ສົດໃໝ່

2. 

ຕື່ມນ້ຳຮ້ອນ

ໃຊ້ນ້ຳຕົ້ມທີ່ຫາກໍຟົດ ເທລົງໃນເຄື່ອງຊົງກາເຟ ແລ້ວເບິ່ງໃຫ້ແນ່ໃຈວ່າໄດ້ເທນ້ຳຖ້ວມກາເຟທີ່ບົດໄວ້ແລ້ວ

ເຄັດລັບ: ໃຊ້ນ້ຳທີ່ກອງ ຫຼື ນ້ຳດື່ມບໍລິສຸດ ເພື່ອໃຫ້ໄດ້ລົດຊາດກາເຟທີ່ດີທີ່ສຸດ

3. 

ໃສ່ກ້ານຊົງກາເຟ ແລະ ຊົງ

ຫລັງຈາກນັ້ນໃສ່ກ້ານຊົງກາເຟເຂົ້າໄປໃນເຄື່ອງຊົງກາເຟ ໂດຍທີ່ບໍ່ຕ້ອງກົດກ້ານຊົງກາເຟລົງ ລໍຖ້າໃຫ້ຄົບຮອດ 4ນາທີກ່ອນ

4. 

ກົດ ແລະ ເທ

ຄ່ອຍໆກົດກ້ານຊົງກາເຟລົງໄປຈົນສຸດກ້ານ ກໍ່ຈະໄດ້ ກາເຟທີ່ຫອມແລະລົດຊາດເຂັ້ມຂຸ້ນກົມກ່ອມ ພ້ອມໃຫ້ທ່ານໄດ້ເພີດເພີນແລ້ວ.

Scroll To Top