ເອສເປສໂຊ

ກາເຟທີ່ສົມບູນແບບຈະບໍ່ສາມາດເກີດຂຶ້ນໄດ້ເລີຍ ຖ້າພວກເຮົາບໍ່ໄດ້ເລີ່ມຕົ້ນອອກເດີນທາງໄປເຂດພື້ນທີ່ສູງຮອດ 4,900ຟຸດ ເພື່ອຊອກຫາເມັດກາເຟອາຣາບີກາທີ່ມີຄຸນະພາບດີທີ່ສຸດ ແລ້ວນຳມາຜ່ານຂະບວນການຂົ້ວທີ່ເປັນເອກະລັກສະເພາະຂອງພວກເຮົາ. ຫລັງຈາກນັ້ນ, ບາຣິສຕາຂອງເຮົາ ກໍ່ຈະນຳໃຊ້ສ່ວນປະສົມທີ່ສົມບູນແບບພ້ອມດ້ວຍເຄື່ອງມືທີ່ມີເອກະລັກສະເພາະໂຕຂອງເຮົາ ຊົງກາເຟຕາມແບບທີ່ທ່ານຕ້ອງການ, ເຊິ່ງກາເຟແກ້ວນີ້ຈະກົງຕາມທີ່ທ່ານຄາດຫວັງຫລືບໍ່? ທ່ານຕ້ອງເປັນຄົນຕັດສິນ.

ສ່ວນປະສົມທີ່ສົມບູນແບບ

ເຄື່ອງດື່ມເອສເປສໂຊທີ່ສົມບູນແບບຂອງເຮົາ ເລີ່ມຕົ້ນຈາກການຄັດສັນເມັດກາເຟອາຣາບີກາທີ່ມີຄຸນະພາບສູງ ແລະ ການຂົ້ວຢ່າງສົມບູນຕາມຂໍ້ນົດຂອງພວກເຮົາ. ນັບຕັ້ງແຕ່ເຮົາພັດທະນາ Espresso Roast ມາຫຼາຍກວ່າ 30 ປີ, ພວກເຮົາຍັງສືບຕໍ່ຫລັກການຂົ້ວ ແລະ ສູດປະສົມທີ່ສົມບູນແບບ ເພື່ອໃຫ້ແນ່ໃຈວ່າ ການຂົ້ວຈົນມີສີເຂັ້ມນີ້ ຈະເຮັດໃຫ້ກາເຟມີກິ່ນຄວາມຫອມຫວານແບບຄາຣາເມວ, ພ້ອມລະດັບຄວາມສົ້ມຂອງກາເຟໃນລະດັບທີ່ເບົາບາງ ແລະ ເນື້ອສຳຜັດທີ່ຫນັກແຫນ້ນຂອງກາເຟ. ເພື່ອຮັກສາລົດຊາດຂອງກາເຟ, ເຮົາຈະບົດເມັດກາເຟໃຫມ່ ໃນການຊົງແຕ່ລະເທື່ອສະເຫມີ.

ເມັດກາເຟເອສເປສໂຊຂອງພວກເຮົາ ແມ່ນລ້ວນໄດ້ມາຈາກການຈັດຊື້ທີ່ມີຈັນຍາບັນ ແລະ ການຄ້າທີ່ເປັນທຳ 100%. ສະນັ້ນ, ກາເຟຂອງເຮົາບໍ່ພຽງແຕ່ມີລົດຊາດທີ່ດີເທົ່ານັ້ນ - ແຕ່ເຮົາຍັງເຮັດໃນສິ່ງທີ່ດີແລະຖືກຕ້ອງອີກດ້ວຍ.

ເຖິງຢ່າງໃດກໍ່ຕາມ, ເມັດກາເຟເອສເປສໂຊ ກໍ່ເປັນພຽງແຕ່ຈຸດເລີ່ມຕົ້ນເທົ່ານັ້ນ. ເຄື່ອງດື່ມເອສເປສໂຊທີ່ດີກໍ່ຕ້ອງມາຈາກນົມທີ່ດີເຊັ່ນກັນ, ເຮົາຕ້ອງໃຊ້ທັງທັກສະ ແລະ ເວລາທີ່ເຫມາະສົມ ໃນການສະຕີມນົມໃຫ້ເປັນຟອງອາກາດນ້ອຍໆ. ຟອງນົມທີ່ນຽນລະອຽດເທົ່າໃດ ຈະຍິ່ງຊ່ອຍເຮັດໃຫ້ກາເຟແກ້ວນັ້ນໄດ້ລົດຊາດທີ່ຫວານກົມກ່ອມແລະນຸ່ມລະມຸນຫລາຍຍິ່ງຂຶ້ນ.

ຄວາມທ້າທ້າຍຂອງບາຣີສຕາ ແມ່ນການປະສົມສະຕີມນົມກັບເອສເປສໂຊ ພາຍໃນເວລາບໍ່ເກີນ 10ວິນາທີ. ຖ້າບໍ່ດັ່ງນັ້ນ, ຊັ້ນຟອງທີ່ເທລົງໄປຈະເລີ່ມລະລາຍ ແລ້ວເຮັດໃຫ້ລົດຊາດປ່ຽນແປງ. ດັ່ງນັ້ນ, ບາຣີສຕາຈະຕ້ອງມີຈັງຫວະ ແລະ ເວລາທີ່ເຫມາະສົມໃນການຊົງກາເຟທີ່ສົມບູນແບບ.

ອຸປະກອນທີ່ດີທີ່ສຸດ

ບາຣີສຕາ ຕ້ອງການອຸປະກອນທີ່ດີທີ່ສຸດໃນການຊົງກາເຟທີ່ສົມບູນແບບ ແລະ ບໍ່ມີສິ່ງໃດທີ່ສຳຄັນໄປກວ່າ ເຄື່ອງເຮັດກາເຟເອສເປສໂຊ ທີ່ເຮົາໄດ້ອອກແບບເອງ ແລະ ດ້ວຍລະບົບທີ່ຕັ້ງໄວ້ນັ້ນມີຄວາມຖືກຕ້ອງ ມັນຈຶ່ງສາມາດບົດ ແລະ ເທຊັອດໃນເວລາທີ່ເຫມາະສົມ ເພື່ອໃຫ້ໄດ້ລົດຊາດທີ່ດີທີ່ສຸດ. ສິ່ງນີ້ເຮັດໃຫ້ບາຣີສຕາຂອງເຮົາ ມີສະມາທິໃນການຊົງເຄື່ອງດື່ມຂອງທ່ານ ໃນແບບທີ່ທ່ານຕ້ອງການ.

ນອກຈາກນີ້, ພວກເຮົາຍັງໄດ້ເປີດໂຕນະວັດຕະກຳໃໝ່ ເຢືອກນົມ ມິວພິຊເຊີ (Milk Pitchers) ທີ່ຖືກອອກແບບພິເສດໂດຍພວກເຮົາເອງ. ເຊິ່ງມັນຈະຊ່ອຍໃຫ້ບາຣີສຕາຂອງເຮົາ ປ່ຽນນົມເຢັນເປັນສະຕີມນົມທີ່ມີຟອງນົມເນື້ອນຽນລະອຽດ, ລົດຊາດຫວານກົມກ່ອມ ແລະ ນຸ່ມລະມຸນລົດຊາດດີຫລາຍຂຶ້ນ.

ໃຜເປັນຄົນຊົງ

ຖືເປັນຄວາມມັກ ແລະ ຄວາມຕັ້ງໃຈຂອງບາຣີສຕາ ທີ່ໄດ້ຮັບການເຝິກອົບຮົມມາຢ່າງເຂັ້ມງວດ ເພື່ອໃຫ້ສາມາດສົ່ງມອບກາເຟທີ່ບໍ່ພຽງແຕ່ເປັນກາເຟທີ່ດີ ແຕ່ຕ້ອງເປັນກາເຟທີ່ດີທີ່ສຸດສໍາລັບທ່ານ. ນີ້ແມ່ນຈິດສຳນຶກທີ່ຖືກປູກຝັງມາຕັ້ງແຕ່ເລີ່ມເຂົ້າເຝິກອົບຮົມພາຍໃຕ້ຄຳຂວັນ “10ຟຸດສຸດທ້າຍ ຢູ່ພຽງປາຍມື ” ສິ່ງນີ້ໄດ້ຢ້ຳເຕືອນໃຫ້ພວກເຮົາຮູ້ວ່າ: ບໍ່ວ່າເມັດກາເຟຂອງເຮົາຈະດີເທົ່າໃດ, ການຂົ້ວຈະໄດ້ສີໃນລະດັບທີ່ເຂັ້ມງາມເທົ່າໃດ ຫຼື ເຄື່ອງມືຈະດີເທົ່າໃດນັ້ນ ກໍ່ຍັງຕ້ອງລວມຄວາມເອົາໃຈໃສ່ວ່າຈະຊົງແນວໃດໃຫ້ໄດ້ກາເຟຈອກທີ່ທ່ານມັກ ແລະ ຢ່າເກງໃຈທີ່ຈະບອກໃຫ້ພວກເຮົາຮູ້ ຖ້າທ່ານບໍ່ມັກກາເຟຈອກທີ່ໄດ້ຮັບ, ເພາະພວກເຮົາຈະໄດ້ຊົງກາເຟຈອກໃຫມ່ທີ່ທ່ານຕ້ອງຖືກໃຈແທນອີກຄັ້ງ.

Scroll To Top